ຂ່າວເດັ່ນ

ຈີນ ສືບ​ຕໍ່​ຖະ​ແຫຼງ​ການແຂງ​ກະ​ດ້າງ ຕໍ່​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ນາບ​ຂູ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕື່ມ​ອີກ 100%

ຈີນ ສືບ​ຕໍ່​ຖະ​ແຫຼງ​ການແຂງ​ກະ​ດ້າງ ຕໍ່​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ນາບ​ຂູ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕື່ມ​ອີກ 100%

(VOVWORLD) - ວັນທີ 13 ຕຸລາ, ຈີນ ກ່າວເຕືອນວ່າຈະໂຕ້ຕອບດ້ວຍບັນດາມາດຕະການຄ້າຍຄືກັນ ຖ້າຫາກວ່າ ອາເມລິກາ ຈັດວາງພາສີຕື່ມອີກ 100% ໃຫ້ສຳລັບສິນຄ້າຂອງປະເທດນີ້ ໃນຂະນະທີ່ການຕໍ່ສູ້ດ້ານການຄ້າລະຫວ່າງສອງປະເທດພວມເຄັ່ງຕຶງຂຶ້ນໃໝ່.

(ພາບ: ກະຊວງການຕ່າງປະເທດ ຈີນ)

   ທີ່ການປະຊຸມຂ່າວນັດສາມັນຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ຕຸລາ, ທ່ານ ຫຼີນຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເລັ່ງໃຫ້ ວໍຊິງຕັນ “ຈົ່ງດັດສົມບັນດາການກະທຳອັນຜິດພາດໂດຍໄວ” ແລະ ແກ້ໄຂບັນດາຄວາມວິຕົກກັງວົນຂອງກັນຜ່ານການເຈລະຈາ “ບົນເນື້ອໃນຈິດໃຈສະເໝີພາບ, ເຄົາລົບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”.

 ຂ້າພະເຈົ້າຢາກເນັ້ນໜັກວ່າ: ໃນໄລຍະມໍ່ໆມານີ້, ອາເມລິກາ ໄດ້ຈັດວາງບັນດາມາດຕະການຈຳກັດ ແລະ ລົງໂທດສຳລັບ ຈີນ ຢ່າງຕໍ່ເນື່ອງ, ຊື່ງໄດ້ກໍ່ຜົນເສຍຫາຍອັນໜັກໜ່ວງເຖິງຜົນປະໂຫຍດຂອງ ຈີນ. ຈີນ ເດັດດ່ຽວຄັດຄ້ານສິ່ງນີ້… ຖ້າຫາກວ່າ ອາເມລິກາ ຍັງຈະເຮັດຕາມຄວາມຄິດຂອງຕົນ, ຈີນ ຈະເດັດດ່ຽວປະຕິບັດບັນດາມາດຕະການໂຕ້ຕອບທີ່ຄ້າຍຄືກັນ ເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.