ຂ່າວເດັ່ນ

COP30 ໄຂ​ຂຶ້ນ​ຢູ່ ບ​ຣາ​ຊິນ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົ​ກ​ປັກ​ຮັກ​ສາ​ດິນ​ຟ້າອາ​ກາດ​ທົ່ວ​ໂລກ

COP30 ໄຂ​ຂຶ້ນ​ຢູ່ ບ​ຣາ​ຊິນ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົ​ກ​ປັກ​ຮັກ​ສາ​ດິນ​ຟ້າອາ​ກາດ​ທົ່ວ​ໂລກ

(VOVWORLD) - ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໄຂຂຶ້ນໃນວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Belem, ລັດ Para (ບຣາຊິນ), ພາຍຫຼັງທີ່ບັນດາປະເທດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ໂຄງການດຳເນີນງານ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ Belem ກ່ອນກອງປະຊຸມການປ່ຽນແປງດິນຟ້າອາກາດຂອງ ສປຊ ຢູ່ Belem,ບຣາຊິນ, ໃນວັນທີ 7/11/2025 (ພາບ: REUTERS/Adriano Machado)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Luiz Inácio Lula da Silva  ປະທານາທິບໍດີປະເທດເຈົ້າພາບ ຮຽກຮ້ອງຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດ, ພິເສດແມ່ນກ່ຽວກັບການເພີ່ມແຫຼ່ງການເງິນ ແລະ ຄ່ອຍໆຢຸດຕິການນຳໃຊ້ເຊື້ອເພີງຟອກຊິວ. ທ່ານ Lula ຢັ້ງຢືນວ່າ: “ວິກິດການດິນຟ້າອາກາດບໍ່ພຽງແຕ່ແມ່ນໄພນາບຂູ່ຕໍ່ອະນາຄົດເທົ່ານັ້ນ, ຫາກຍັງແມ່ນໂສກນາດຕະກຳໃນປັດຈຸບັນອີກດ້ວຍ”.

ໜຶ່ງໃນບັນດາເນື້ອໃນບັນດາຈຸດສຸມຂອງ COP30 ແມ່ນຄຳຮຽກຮ້ອງເພີ່ມແຫຼ່ງການເງິນເພື່ອດິນຟ້າອາກາດທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ, ແຕ່ 300 ຕື້ USD ຕໍ່ປີໃນປັດຈຸບັນຂຶ້ນເປັນ 1.300 ຕື້ USD ໃນປີ 2035, ຕາມແຜນການທີ່ໄດ້ເຫັນດີເປັນເອກະພາບຢູ່ COP29 ທີ່ Baku. ທ່ານ Simon Stiell ເລຂາທິການໃຫຍ່ ສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກ່າວເຕືອນວ່າ ບັນດາຄຳໝັ້ນສັນຍາໃນປັດຈຸບັນ “ບໍ່ທັນວ່ອງໄວຢ່າງພຽງພໍ” ເພື່ອສາມາດຫຼຸດຜ່ອນການປ່ອຍອາຍພິດໃນທົ່ວໂລກໄດ້.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.