ຂ່າວເດັ່ນ

Croatia ພິ​ຈາ​ລະ​ຈາ​ຢ່າງ​ລະ​ວັດ​ລະ​ວັງ​ກ່ອນ​ເຂົ້າ​ຮ່ວມ​ກົນ​ໄກ “ສະ​ພາ​ສັນ​ຕິ​ພາບ ກາ​ຊາ”

Croatia ພິ​ຈາ​ລະ​ຈາ​ຢ່າງ​ລະ​ວັດ​ລະ​ວັງ​ກ່ອນ​ເຂົ້າ​ຮ່ວມ​ກົນ​ໄກ “ສະ​ພາ​ສັນ​ຕິ​ພາບ ກາ​ຊາ”

(VOVWORLD) - ສະພາສັນຕິພາບແມ່ນກົນໄກສາກົນໃໝ່ ແນໃສ່ມານະພະຍາຍາມຊຸກຍູ້ສັນຕິພາບ, ການລົງທຶນເສດຖະກິດ ແລະ ແກ້ໄຂການປະທະກັນຢູ່ເຂດ ກາຊາ ກໍຄືບາງພາກພື້ນອື່ນໃນໂລກ. ເຖິງຢ່າງໃດກໍຕາມ, Croatia ຈະພິຈາລະຈາຢ່າງລະມັດລະວັງກ່ອນທີ່ຕັດສິນບັນດາຂັ້ນຕອນຕໍ່ໄປ.

ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ໃນການຖະແຫຼງຂ່າວຢູ່ Zagreb, Croatia. (ພາບເອກະສານ: REUTERS/Antonio Bronic)

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ຢັ້ງຢືນວ່າ, ທ່ານໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາສັນຕິພາບຈາກທ່ານປະທານາທິບໍດີ ອາເມລິກາ Donald Trump. ຕາມທ່ານແລ້ວ, ສະພາສັນຕິພາບແມ່ນກົນໄກສາກົນໃໝ່ ແນໃສ່ມານະພະຍາຍາມຊຸກຍູ້ສັນຕິພາບ, ການລົງທຶນເສດຖະກິດ ແລະ ແກ້ໄຂການປະທະກັນຢູ່ເຂດ ກາຊາ ກໍຄືບາງພາກພື້ນອື່ນໃນໂລກ. ເຖິງຢ່າງໃດກໍຕາມ, Croatia ຈະພິຈາລະຈາຢ່າງລະມັດລະວັງກ່ອນທີ່ຕັດສິນບັນດາຂັ້ນຕອນຕໍ່ໄປ.

ທ່ານນາຍົກລັດຖະມົນຕີ Andrej Plenkovic ໃຫ້ຮູ້ຕື່ມອີກວ່າ, ຢູ່ຂັ້ນລັດຖະບານ, ທ່ານໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີຣົບຄົ້ນຄວ້າບັນດາແງ່ມູມນິຕິກຳສາກົນຂອງຂໍ້ລິເລີ່ມນີ້, ສາຍພົວພັນຂອງສະພາສັນຕິພາບເຂດ ກາຊາ ດ້ວຍບັນດາຂອບເຂດທີ່ພວມມີ, ພິເສດແມ່ນຂອງ ສປຊ, ກໍຄືຄວາມເໝາະສົມກັບບັນດາພັນທະຂອງ Croatia ໃນ ອີຢູ. ພາຍຫຼັງສຳເລັດວິວັດທະນາການພິຈາລະນາ, ລັດຖະບານຈະລາຍງານຕໍ່ປະທານາທິບໍດີ ແລະ ດຳເນີນບັນດາການປຶກສາຫາລືກ່ຽວກັບກໍລະນີCroatia ເຂົ້າຮ່ວມອົງການນີ້.

ນັກ ຂ່າວ  VOV ປະ ຈຳ ເຊັກ ໂກ


 

This site is protected by reCAPTCHA and the Google Privacy Policy and Terms of Service apply.