ຂ່າວເດັ່ນ

ອັດ​ຕາ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ

ອັດ​ຕາ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ

(VOVWORLD) - ເຖິງວ່າຍັງປະສົບກັບຄວາມສ່ຽງຫຼາຍຢ່າງກ່ຽວກັບພາສີອາກອນ, ໄພພິບັດທຳມະຊາດກໍຕາມ, ແຕ່ການເຕີບໂຕຂອງ ຫວຽດນາມ ຢູ່ລະດັບ 7,85% ໃນ 9 ເດືອນຕົ້ນປີນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານ ຍ້ອນມີການປະຕິຮູບນະໂຍບາຍ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ.

ວັນທີ 5 ຕຸລາ, ໃນເວັບໄຊ ainvest.com (ອາເມລິກາ) ໄດ້ລົງບົດຂຽນວິເຄາະກ່ຽວກັບລະດັບການເຕີບໂຕທີ່ໜ້າປະທັບໃຈຂອງພື້ນຖານເສດຖະກິດ ຫວຽດນາມ. ຕາມນັ້ນແລ້ວ, ຍອດລາຍຮັບພາຍໃນປະເທດ (GDP) ຂອງ ຫວຽດນາມ ໃນໄຕມາດທີ III/2025 ຄາດວ່າເພີ່ມຂຶ້ນ 8,23%. ເວັບໄຊ ainvest.com ເນັ້ນໜັກວ່າ ເຖິງວ່າຍັງປະສົບກັບຄວາມສ່ຽງຫຼາຍຢ່າງກ່ຽວກັບພາສີອາກອນ, ໄພພິບັດທຳມະຊາດກໍຕາມ, ແຕ່ການເຕີບໂຕຂອງ ຫວຽດນາມ ຢູ່ລະດັບ 7,85% ໃນ 9 ເດືອນຕົ້ນປີນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານ ຍ້ອນມີການປະຕິຮູບນະໂຍບາຍ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ. ຕາມເວັບໄຊ ainvest.com ແລ້ວ, ລະດັບການເຕີບໂຕທີ່ໜ້າຊື່ນຊົມດັ່ງກ່າວ ໄດ້ຮັບການຊຸກຍູ້ຍ້ອນ 3 ຂະແໜງ: ອຸດສາຫະກຳ, ກະສິກຳ ແລະ ການບໍລິການ.

ເວັບໄຊ ainvest.com ຖືວ່າ ບັນດານັກລົງທຶນຕ່າງປະເທດປາດຖະໜາຢາກເຂົ້າຮ່ວມບັນດາຂົງເຂດເຊິ່ງ ຫວຽດນາມ ມີທັງທ່າແຮງແກ້ງແຍ້ງ ແລະ ຄວາມສະດວກກ່ຽວກັບນະໂຍບາຍ, ເຊັ່ນ: ເຕັກໂນໂລຢີສູງ, ພະລັງງານທົດແທນ ແລະ ການບໍລິການເຕັກນິກດີຈີຕອນ. ບົດຂຽນສະຫຼຸບລະດັບການເຕີບໂຕສູງຂອງ ຫວຽດນາມ ໃນໄຕມາດທີ III ປີນີ້ ໄດ້ສ່ອງແສງໃຫ້ເຫັນຖານະບົດບາດຍຸດທະສາດໃນຕ່ອງໂສ້ມູນຄ່າທົ່ວໂລກ ແລະ ຂອບນະໂຍບາຍທີ່ເປັນເຈົ້າການ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.