ຂ່າວເດັ່ນ

ອັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຄັ້ງ​ທີ 1

ອັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຄັ້ງ​ທີ 1

(VOVWORLD) - ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ອົງຄະນະພັກລັດຖະບານຄັ້ງທີ 1 ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 2 ວັນ. ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດທຸກເນື້ອໃນ, ໂຄງການວາງອອກຕາມຂໍ້ກຳນົດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030 ໄດ້ປະຕິບັດສຳເລັດຢ່າງຈົບງາມທີ່ສຸດ. ເພື່ອປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນບັນດາເປົ້າໝາຍ, ໜ້າທີ່ວາງອອກ, ຕາງໜ້າຄະນະປະທານ ແລະ ກອງປະຊຸມ, ຂ້າພະເຈົ້າຮຽກຮ້ອງອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ແລະ ໝູ່ຄະນະຖັນແຖວພະນັກງານ, ສະມາຊິກພັກຂຶ້ນກັບ ອົງຄະນະພັກລັດຖະບານສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອ ອົງອອາດກ້າແກ່ນ ແລະ ບັນດາຜົນສຳເລັດຂອງອາຍຸການກ່ອນໆ

ກອງປະຊຸມໄດ້ຮັບຮອງເອົາມະຕິດ້ວຍບັດສະໜັບສະໜູນ 100%. ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ, ເປັນແບບຢ່າງນຳໜ້າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເພີ່ມທະວີບຸກທະລຸ, ພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງໃນສັງກາດບຸກບືນຂອງຊາດ ທີ່ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ມີຄວາມຜາສຸກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.