ຂ່າວເດັ່ນ

ອັດ​ງານ​ມະ​ໂຫລານ​ ເວ​ທີ​ສະ​ແດງ ສາ​ກົນ ​ທົດ​ລອງ​ຄັ້ງ​ທີ VI

ອັດ​ງານ​ມະ​ໂຫລານ​ ເວ​ທີ​ສະ​ແດງ ສາ​ກົນ ​ທົດ​ລອງ​ຄັ້ງ​ທີ VI

(VOVWORLD) - ເຂົ້າຮ່ວມງານມະໂຫລາມມີ 8 ຜົນງານຂອງ 8 ຄະນະຜູ້ແທນສາກົນ ແລະ 19 ຜົນງານຂອງ 19 ຫົວໜ່ວຍສະແດງສິລະປະພາຍໃນປະເທດ.

ພິທີອັດງານມະໂຫລາມ ເວທີສະແດງ ສາກົນ ທົດລອງຄັ້ງທີ VI, ປີ 2025 (ພາບ: TTXVN)

ຕອນຄ່ຳວັນທີ 30 ພະຈິກ, ຢູ່ແຂວງນິງບິ່ງ, ສະມາຄົມນັກສິລິປິນເວທີສະແດງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ນິງບິ່ງ ຈັດພິທີອັດງານມະໂຫລາມ ເວທີສະແດງ ສາກົນ ທົດລອງຄັ້ງທີ VI, ປີ 2025. ເຂົ້າຮ່ວມງານມະໂຫລາມມີ 8 ຜົນງານຂອງ 8 ຄະນະຜູ້ແທນສາກົນ ແລະ 19 ຜົນງານຂອງ 19 ຫົວໜ່ວຍສະແດງສິລະປະພາຍໃນປະເທດ. ນີ້ແມ່ນງານມະໂຫລາມທີ່ມີຫຼາຍຫົວໜ່ວຍເຂົ້າຮ່ວມທີ່ສຸດນັບແຕ່ກ່ອນມາປັດຈຸບັນ, ເຊິ່ງໄດ້ຈັດຂຶ້ນໃນ 15 ວັນຢູ່ 4ທ້ອງຖິ່ນ: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຫ໋າຍຝ່ອງ ແລະ ນິງບິ່ງ. ບັນດານັກສະລິປິນ ຫວຽດນາມ ແລະ ສາກົນ ພ້ອມກັນຄົ້ນຫາບັນດາພາສາໃນເວທີສະແດງໃໝ່, ສົມທົບເຕັກໂນໂລຢີກັບການສະແດງແບບເກົ່າ, ສ້າງພະລັງຊີວິດທີ່ທັນສະໄໝຜ່ານບັນດາຮູບແບບສະແດງສິລະປະທີ່ມີແຕ່ດົນນານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.