ຂ່າວເດັ່ນ

ຮອດ​ປີ 2030, ແຂວງ ບິ່ງ​ເຢືອງ ກາຍ​ເປັນ​ສູນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ຮອບ​ດ້ານ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

ຮອດ​ປີ 2030, ແຂວງ ບິ່ງ​ເຢືອງ ກາຍ​ເປັນ​ສູນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ຮອບ​ດ້ານ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

(VOVWORLD) - ຕອນເຊົ້າວັນທີ 26 ກັນຍາ, ຢູ່ແຂວງ ບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດແຜນຜັງໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ສົ່ງເສີມການລົງທຶນແຂວງ ບິ່ງເຢືອງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ການວາງແຜນຜັງວາງຄາດໝາຍຮອດປີ 2030, ບິ່ງເຢືອງ ແມ່ນສູນພັດທະນາທີ່ຂະຫຍັນຂັນເຄື່ອນ, ຮອບດ້ານຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ນຳໜ້າກ່ຽວກັບຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ສູນເຕັກໂນໂລຢີ, ການບໍລິການທັນສະໄໝ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ປະຕິບັດການ “ປະຈັນບານ 3 ປະການ”, ນັ້ນແມ່ນ:

        “ປະຈັນບານເຊື່ອມຕໍ່ພື້ນຖານເສດຖະກິດກັບເຂດ, ພາກ, ປະເທດ, ສາກົນ, ໂດຍສະເພາະແມ່ນການເຊື່ອມຈອດຄົມມະນາຄົມສີຂຽວ, ຫັນເປັນດີຈີຕອນກັບ ກຳປູເຈຍ, ເຕີຍງວຽນ ຜ່ານ ບິ່ງເຟຶອກ, ຕາເວັນຕົກສ່ຽງໃຕ້ ຜ່ານນະຄອນ ໂຮ່ຈີມິນ, ເຊື່ອມຈອດປະເທດກັບປະເທດ ຜ່ານທ່າອາກາດສະຍານສາກົນ ລອງແທັ່ງ ແລະ ທ່າກ່ຳປັ່ນ ກ໊າຍແມັບ - ທິຫວາຍ. ປະຈັນບານໃນການເປັນເຈົ້າການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ ແລະ ເສດຖະກິດຕອນກາງຄືນ, ພິເສດແມ່ນຫັນເປັນພື້ນຖານເສດຖະກິດີຈີຕອນ ແລະ ພື້ນຖານເສດຖະກິດສີຂຽວ. ປະຈັນບານເປັນເຈົ້າການ, ຕັ້ງໜ້າກໍ່ສ້າງເຂດອຸດສາຫະກຳລຸ້ນໃໝ່, ສຸມໃສ່ການນະວັດຕະກຳ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ 4.0, ພັດທະນາເຂດອຸດສາຫະກຳລຸ້ນໃໝ່, ຂຽວ, ດີຈີຕອນ, ເຕັກໂນໂລຢີສູງ, ອັດສະລິຍະ, ສຸມໃສ່ນະວັດຕະກຳ, ສະຕາດອັບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.”

ຫວູຄວຽນ

This site is protected by reCAPTCHA and the Google Privacy Policy and Terms of Service apply.