ຂ່າວເດັ່ນ

ດ່າ​ໜັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ ຈຳ​ປາ​ສັກ​ ຂອງ ລາວ

ດ່າ​ໜັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ ຈຳ​ປາ​ສັກ​ ຂອງ ລາວ

(VOVWORLD) - ຕອນບ່າຍວັນທີ 28 ກັນຍາ, ຄະນະປະຕິບັດງານຂອງແຂວງ ຈຳປາສັກ ໂດຍທ່ານເລຂາພັກແຂວງ, ເຈົ້າແຂວງແຂວງ ຈຳປາສັກ, ອາລຸນໄຊ ສູນນະລາດ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບນະຄອນ ດ່າໜັງ.

ການເຮັດວຽກລະຫວ່າງສອງແຂວງ (ພາບ: TTXVN)

ທີ່ການຕ້ອນຮັບຄະນະ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເລຈູງຈິງ ຢັ້ງຢືນວ່າ ນະຄອນ ດ່າໜັງ ຍາມໃດກໍເອົາໃຈໃສ່, ຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ໃນນັ້ນ ມີແຂວງ ຈຳປາສັກ. ທ່ານເລຈູງຈິງ ແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ດ່າໜັງ ແລະ ບັນດາກຳນົດທິດ, ເປົ້າໝາຍຂອງນະຄອນໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ໃນປີ 2024, ນະຄອນ ຈະສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ພະນັກງານ, ນັກຮຽນແຂວງ ຈຳປາສັກ ໄປຮຽນຢູ່ມະຫາວິທະຍາໄລ ດ່າໜັງ; ຈັດສົ່ງຄູສອນພາສາ ຫວຽດ ໄປສອນຢູ່ສູນພາສາ ຫວຽດ ແຂວງ ຈຳປາສັກ, ໃນສົກຮຽນ 2024 – 2025; ຜັນຂະຫຍາຍໂຄງການສູນພາສາ ຫວຽດນາມ ແຂວງ ຈຳປາສັກ (ໃໝ່). ພ້ອມດຽວກັນນັ້ນ, ທາງນະຄອນຈະຈັດບັນດາລາຍການແນະນຳ, ເຊື່ອມຕໍ່, ສົ່ງເສີມການເຄື່ອນໄຫວລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການສົ່ງອອກຂອງບັນດາວິສາຫະກິດ ດ່າໜັງ ໄປຍັງບັນດາແຂວງພາກໃຕ້, ພາກກາງຂອງລາວ, ໃນນັ້ນມີແຂວງ ຈຳປາສັກ.

        ສ່ວນທ່ານເລຂາພັກແຂວງ, ເຈົ້າແຂວງແຂວງ ຈຳປາສັກ ອາລຸນໄຊ ສູນນະລາດ ປາດຖະໜາວ່າ ນະຄອນດ່າໜັງ ສືບຕໍ່ໜູນຊ່ວຍແຂວງໃນຂົງເຂດບຳລຸງສ້າງພະນັກງານ, ດຳເນີນທຸລະກິດການທ່ອງທ່ຽວ, logistics; ໜູນຊ່ວຍສ້າງສູນວິຊາຊີບ, ສອນພາສາ ຫວຽດ ແລະ ຮຽກຮ້ອງໃຫ້ບັນດານັກລົງທຶນ ດ່າໜັງ ມາສຳຫຼວດສຶກສາ ແລະ ລົງທຶນ, ດຳເນີນທຸລະກິດຢູ່ແຂວງ ຈຳປາສັກ. ທ່ານກໍຫວັງວ່າ ຈະມີຖ້ຽວບິນເຊື່ອມຕໍ່ລະຫວ່າງສອງທ້ອງຖິ່ນໃນໄວໆນີ້ ເພື່ອປະກອບສ່ວນຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະ ແລະ ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.