ຂ່າວເດັ່ນ

ດ່ານ​ຊາຍ​ແດນ Rafah ເປີດ​ປະ​ຕູ​ຄືນ​ໃໝ່

ດ່ານ​ຊາຍ​ແດນ Rafah ເປີດ​ປະ​ຕູ​ຄືນ​ໃໝ່

(VOVWORLD) - ວັນທີ 19 ມີນາ, ອິດສະລາແອັນ ໄດ້ເປີດປະຕູດ່ານຊາຍແດນ Rafah ລະຫວ່າງ ເຂດກາຊາ ແລະ ເອຢິບ ຄືນໃໝ່, ພາຍຫຼັງປິດເກືອບ 3 ອາທິດເພື່ອອະນຸຍາດໃຫ້ຊາວ ປາແລັດສະຕິນ ທີ່ຖືກບາດເຈັບຜ່ານແດນອອກໄປເພື່ອປິ່ນປົວ.

ດ່ານຊາຍແດນ Rafah ລະຫວ່າງ ເຂດກາຊາ ແລະ ເອຢິບ  (ພາບ: VOV)

ກ່ອນໜ້ານັ້ນ, ອິດສະລາແອັນ ໄດ້ປະກາດເລື່ອງການເດີນທາງໄປມາຜ່ານດາຍຊາຍແດນ ຈະໄດ້ເຊື່ອມຕໍ່ຄືນ ດ້ວຍການປະສານສົມທົບ ຂອງ ເອຢິບ, ໂດຍອີ່ງຕາມການຍອມຮັບດ້ານຄວາມໝັ້ນຄົງຂອງອິດສະລາແອັນ ແລະ ໄດ້ຮັບການຕິດຕາມກວດກາໂດຍຄະນະປະຕິບັດການໜູນຊ່ວຍເຂດຊາຍແດນຂອງ ສະຫະພາບເອີລົບ. Rafah ຖືກກຳລັງ ອິດສະລາແອັນ ຢຶດຄອງເປັນເວລາເກືອບ 2 ປີກ່ອນການປະທະກັນກັບ ຮາມາດ, ໄດ້ເປີດປະຕູຄືນໃນໄລຍະສັ້ນໃນວັນທີ 2 ກຸມພາໂດຍອະນຸຍາດໃຫ້ເດີນທາງໄປມາແບບຈຳກັດ, ແຕ່ຖືກປິດປະຕູອີກຄັ້ງໃນວັນທີ 28 ກຸມພາ, ພ້ອມກັບທຸກດ່ານຊາຍແດນເຂົ້າອອກກາຊາແຫ່ງອື່ນໆ, ເມື່ອອິດສະລາແອັນ ສົມທົບກັບ ອາເມລິກາ ບຸກໂຈມຕີອີຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.