ຂ່າວເດັ່ນ

ດຳລົງຊີວິດພ້ອມກັບການກະຈາຍສຽງ ວິທະຍຸກະຈາຍສຽງ ຫວຽດນາມ

ດຳລົງຊີວິດພ້ອມກັບການກະຈາຍສຽງ ວິທະຍຸກະຈາຍສຽງ ຫວຽດນາມ

(VOVWORLD) - ເຂດຮ້ານວາງສະແດງກວ້າງເກືອບ 500 ຕາແມັດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ພວມໄດ້ຮີບຮ້ອນສ້າງໃຫ້ສຳເລັດສົມບູນ

(ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV)

ງານວາງສະແດງ “ຜົນງານແຫ່ງຊາດ - ການເດີນທາງ 80 ປີເພື່ອເອກະລາດ - ເສລີພາບ - ຄວາມຜາສຸກ” ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ - 05 ກັນຍາ, ຢູ່ສູນງານວາງສະແດງຕະຫຼາດນັດແຫ່ງຊາດ (ດົງແອັງ, ຮ່າໂນ້ຍ). ເຂດຮ້ານວາງສະແດງກວ້າງເກືອບ 500 ຕາແມັດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ພວມໄດ້ຮີບຮ້ອນສ້າງໃຫ້ສຳເລັດສົມບູນ, ພ້ອມແລ້ວທີ່ຈະວາດພາບຄືນວິວັດການເດີນທາງ 80 ປີແຫ່ງການຮ່ວມເດີນທາງ ແລະ ພັດທະນາພ້ອມກັບປະເທດຊາດຂອງ VOV. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ຢືນຢັນວ່າ:

        “ຜ່ານບັນດາຮູບແບບທີ່ແຕກຕ່າງກັນ ແລະ ພິເສດແມ່ນ ເມື່ອມະຫາຊົນມາຢ້ຽມຊົມຮ້ານວາງສະແດງ ຈະສາມາດລົງຕົວຈິງພ້ອມກັບສຽງບັນດາລາຍການກະຈາຍສຽງຂອງ ຫວຽດນາມ, ອາດຈະລອງສຳຜັດບັນຍາກາດຕົວຈິງຂອງງານຊຸມນຸມມິດຕິງ ວັນທີ 02 ກັນຍາ ຢູ່ສະໜາມຫຼວງ ບາດິ່ງ ຜ່ານພື້ນທີ່ສະເໝືອນຈິງ VR, ຫຼື ບັນດາຂີດໝາຍສຳຄັນອື່ນໆ ກໍ່ລ້ວນແຕ່ສຳຜັດຄວາມຮູ້ສຶກໄດ້ຜ່ານສຽງ…”

This site is protected by reCAPTCHA and the Google Privacy Policy and Terms of Service apply.