ຂ່າວເດັ່ນ

ອັດເຫດການໝູ່ບ້ານ ອາຊຽນ 2017

ອັດເຫດການໝູ່ບ້ານ ອາຊຽນ 2017

(VOVWORLD) - ພາຍຫຼັງໄດ້ດຳເນີນມາເປັນເວລາ 3 ວັນຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 24 ກັນຍາ, ເຫດການໝູ່ບ້ານ ອາຊຽນ 2017 ໄດ້ຮັບການຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ໄດ້ອັດລົງ.

 ການສະແດງສິລະປະຂອງບັນດານາງສາວລາວ ທີ່ເຫດການ

ໝູ່ບ້ານ ອາຊຽນ 2017 ມີ 200 ຮ້ານວາງສະແດງສິນຄ້າ ແລະ ອາຫານການກິນຂອງບັນດາປະເທດ ອາຊຽນ. ໃນຄ່ຳຄືນອັດງານບຸນນີ້, ມີຫຼາຍວາດຟ້ອນພື້ນເມືອງຂອງບັນດາປະເທດ ອາຊຽນ ໄດ້ຮັບການສະແດງຢ່າງມີຊີວິດຊີວາ. ປີນີ້, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ນຳມາວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງວັດທະນະທຳຊົນເຜົ່າຈຳ. ອ້າຍ ວ້ານກວານຟູ໋ດວານ, ຜູ້ອຳນວຍການບໍລິສັດເຄື່ອງປັ້ນດິນເຜົາ ຈຳປາ ຈຳກັດ, ບໍລິສັດມີເຄື່ອງວາງສະແດງໃນຮ້ານວາງສະແດງ ຫວຽດນາມ, ໃຫ້ຮູ້ວ່າ:

        “ແຂກເຂົ້າມາຊົມໄດ້ເອົາໃຈໃສ່ເຖິງບັນດາຈຸດພິເສດດ້ານວັດທະນະທຳ ແລະ ບັນດາຮູບປັ້ນທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຈຳ. ຕາມຂ້າພະເຈົ້າແລ້ວ, ບັນດາປະເທດເຂົ້າຮ່ວມເຫດການຄື: ໄທ, ກຳປູເຈຍ ແລະ ລາວ ລ້ວນແຕ່ມີບັນດາຈຸດທີ່ຄ້າຍຄືກັນດ້ານວັດທະນະທຳຄືກັບຊາວເຜົ່າຈຳຫຼາຍ. ຜ່ານຊຸມວັນຜ່ານມາ, ພວກຂ້າພະເຈົ້າໄດ້ຈັດຕັ້ງການພົບປະແລກປ່ຽນ ແລະ ໂຄສະນາບັນດາຈຸດວັດທະນະທຳຂອງຊາວເຜົ່າຈຳຂອງຕົນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.