ຂ່າວເດັ່ນ

ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ແອັດໂນເນຍ

ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ແອັດໂນເນຍ

(VOVWORLD) - ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານຢືນຢັນວ່າ, 2 ຝ່າຍເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ດຳເນີນທຸລະກິດຢູ່ 2 ປະເທດ.

(ທີ່ການເຈລະຈາ)

        ໂດຍສືບຕໍ່ການຢ້ຽມຢາມ ແອັດໂຕເນຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 06 ມິຖຸນາ, ຢູ່ນະຄອນຫຼວງ Tallinn, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ແອັດໂຕເນຍ Kristen Michal.

        ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານຢືນຢັນວ່າ, 2 ຝ່າຍເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ດຳເນີນທຸລະກິດຢູ່ 2 ປະເທດ. ຫວຽດນາມ ປາດຖະໜາວ່າ, ແອັດໂຕເນຍ ສວມບົດບາດເປັນຂົວເຊື່ອມຕໍ່ຢ່າງມີປະສິດທິເພື່ອຜົນຊ່ວຍໃຫ້ບັນດາສິນຄ້າສົ່ງອອກຂອງ ຫວຽດນາມ ສຳພັດກັບຕະຫຼາດ ເອລົບເໜືອ ແລະ ສະຫະພາບ ເອີລົບ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. 2 ຝ່າຍໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໃຫ້ຄຳປຶກສາ ແລະ ສະໜັບສະໜູນເຊິ່ງກັນແລະກັບໃນບັນດາບັນຫາສາກົນ ແລະ ພາກພື້ນ. ກ່ຽວກັບບັນດາບັນຫາທະເລ ແລະ ມະຫາສະໝຸດ, ໃນນັ້ນມີທະເລຕາເວັນອອກ, 2 ຝ່າຍໄດ້ສະໜັບສະໜູນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດເຂດແຄມທະເລໃຫ້ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ.

        ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແອັດໂຕເນຍ ແລະ ບົດບັນທຶກຊ່ວຍຈຳການຮ່ວມມືຫັນເປັນດີຈີຕອນ ແລະ ເສດຖະກິດດີຈີຕອນລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນລຊີ ຫວຽດນາມ ກັບກະຊວງຍຸຕິທຳ ແລະ ຫັນເປັນດີຕອນ ແອັດໂຕເນຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.