ຂ່າວເດັ່ນດັກຫຼັກ ແກ້ໄຂກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຢ່າງເຂັ້ມງວດ, ມານະພະຍາຍາມແກ້ໄຂບັດເຫຼືອງ IUU
ດັກຫຼັກ ແກ້ໄຂກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຢ່າງເຂັ້ມງວດ, ມານະພະຍາຍາມແກ້ໄຂບັດເຫຼືອງ IUU
ວັນສຸກ, 15:48, 06/03/2026
VOV5
(VOVWORLD) - ຕາມແຜນການແລ້ວ, ໃນລະຫວ່າງວັນທີ 09 – 19 ມີນາ, ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຈະກວດກາວຽກງານປະຕິບັດການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ ຫວຽດນາມ. ຢູ່ແຂວງ ດັກຫຼັກ, ບັນດາກຳລັງເຈົ້າໜ້າທີ່ພວມສຸມໃສ່ຮັດແໜ້ນການຄຸ້ມຄອງເຮືອຫາປາ ແລະ ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ ເພື່ອແນໃສ່ພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງ EC ໂດຍໄວ.
ກຳລັງທະຫານປ້ອງກັນຊາຍແດນ ຕຸຍຮວ່າ ກວດກາອຸປະກອນຕິດຕາມການເຄື່ອນໄຫວ |
ຕິດຕັ້ງອຸປະກອນຕິດຕາມການເຄື່ອນໄຫວ (VMS) ຖືກຕ້ອງຕາມຂໍ້ກຳນົດ ແລະ ຄວບຄຸມການເຄື່ອນໄຫວເຂົ້າ - ອອກຈາກທ່າຂອງບັນດາເຮືອຫາປາເຫຼົ່ານັ້ນ. ໃນໄລຍະຈະມາເຖິງ, ທາງແຂວງ ດັກລັກ ກຳນົດວ່າ ຈະສືບຕໍ່ແກ້ໄຂບັນດາການກະທຳລະເມີດ IUU ຢ່າງເຂັ້ມງວດ. ທ່ານ ພັນເອກ ຫວໍຢຸຍຕວັນ, ຮອງຜູ້ອຳນວຍການ, ຫົວໜ້າອົງການຕຳຫຼວດສືບສວນ ກອງຕຳຫຼວດແຂວງ ດັກຫຼັກ ໃຫ້ຮູ້ວ່າ:
ທ່ານ ພັນເອກ ຫວໍຢຸຍຕວັນ, ຮອງຜູ້ອຳນວຍການ, ຫົວໜ້າອົງການຕຳຫຼວດສືບສວນ ກອງຕຳຫຼວດແຂວງ ດັກຫຼັກ |
“ຕຳຫຼວດແຂວງ ໄດ້ຊີ້ນຳຕຳຫຼວດ 12 ຕາແສງແຄມທະເລ ສົມທົບກັບທະຫານປ້ອງກັນຊາຍແດນ ແລະ ບັນດາກຳລັງເພື່ອກວດກາ, ຄວບຄຸມ, ແກ້ໄຂຕ້ານການຂຸດຄົ້ນ IUU ແບບຜິດກົດໝາຍ, ພິເສດ ສືບຕໍ່ຄຸ້ມຄອງບັນດາເຮືອຫາປາທີ່ເຄື່ອນໄຫວຢູ່ໄກຝັ່ງໃຫ້ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂບັດເຫຼືອງ IUU ໃນໄລຍະຈະມາເຖິງ.”
Tag:VOV / VOVworld / ກ້ໄຂບັດເຫຼືອງ IUU / ດັກຫຼັກ / ແກ້ໄຂກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຢ່າງເຂັ້ມງວດ