ຂ່າວເດັ່ນ

ດັກ​ຫຼັກ ຕັດ​ສິນ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍົກ​ເລີ​ກ​ “ບັດ​ເຫຼືອງ” IUU

ດັກ​ຫຼັກ ຕັດ​ສິນ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍົກ​ເລີ​ກ​ “ບັດ​ເຫຼືອງ” IUU

(VOVWORLD) - ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຄັ້ງທີ 5 ຈະມີການເຮັດວຽກກັບແຂວງ ດັກຫຼັກ ໃນລະຫວ່າງວັນທີ 13 – 14 ມີນາ, ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).

 ຄະນະຄຸ້ມຄອງທ່າເຮືອຫາປາ ດົງຕາກ, ແຂວງ ດັກຫຼັກ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງລົງກວດກາ 

ທາງແຂວງ ພວມກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອສະໜອງ ບັນດາໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນວິວັດແຫ່ງການປະຕິບັດບັນດາຂໍ້ສະເໜີແນະຂອງ EC ໃຫ້ຄົບຖ້ວນ, ຊັດເຈນ, ຕັດສິນໃຈພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.

ໂດຍຖືວ່າ ນີ້ແມ່ນ “ບັ້ນເຄື່ອນໄຫວຈຸດສູງ” ແລະ ແມ່ນໜ້າທີ່ການເມືອງທີ່ສຳຄັນແຖວໜ້າ, ທາງແຂວງ ດັກຫຼັກ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ອຳນາດການປົກຄອງບັນດາຕາແສງແຄມທະເລຕ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ຈະແຈ້ງ, ສຸມໃສ່ກະກຽມບົດລາຍງານສັງເຂບ ແລະ ລະບົບສຳເນົາເອກະສານໃຫ້ໃກ້ຊິດຕິດແທດກັບບັນດາຂໍ້ສະເໜີແນະຂອງ EC. ທ່ານ ຕ້າແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ດັກຫຼັກ, ຢັ້ງຢືນວ່າ ດັກຫຼັກ ຕັດສິນໃຈພ້ອມທັງທົ່ວປະເທດຍົກເລີກ “ບັດເຫຼືອງ” IUU, ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ ແລະ ສອດຄ່ອງກັບຂໍ້ກຳນົດສາກົນ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.