ຂ່າວເດັ່ນ

ດັກນົງ ສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດຶກເລິບ

ດັກນົງ ສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດຶກເລິບ

(VOVWORLD) - ໄຊຊະນະ ດຶກເລິບ ໄດ້ສ້າງບົດຮຽນອັນລ້ຳຄ່າກ່ຽວກັບບົດບາດນຳພາຂອງພັກ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທະຫານ ແລະ ປະຊາຊົນ

(ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ດຶກເລິບ)

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ດຶກເລິບ (09 ມີນາ 1975 – 09 ມີນາ 2025), ເຫດການເປີດສາກໃຫ້ບັ້ນຮົບ ໄຕງວຽນ, ລະດູແລ້ງປີ 1975, ຈັດຂຶ້ນໃນຕອນຄ່ຳວັນທີ 09 ມີນາ, ຢູ່ສະໜາມຫຼວງເມືອງຊາຍແດນ ດັກມີວ, ແຂວງ ດັກນົງ.

ທີ່ພິທີ, ທ່ານ ໂງແທັງແຢງ, ເລຂາຄະນະພັກແຂວງ ດັກນົງ ຢືນຢັນວ່າ, ໄຊຊະນະ ດຶກເລິບ ໄດ້ສ້າງບົດຮຽນອັນລ້ຳຄ່າກ່ຽວກັບບົດບາດນຳພາຂອງພັກ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທະຫານ ແລະ ປະຊາຊົນ, ມີຄວາມໝາຍຢ່າງໃຫຍ່ຫຼວງ, ແມ່ນໄຊຊະນະເປີດສາກບັ້ນຮົບ ໄຕງວຽນ, ສ້າງທ່ວງທ່າປົດປ່ອຍ ບວນມາທວດ, ປົດປ່ອຍ ຢາເງັ້ຍ - ດັກນົງ, ປະກອບສ່ວນສຳຄັນເພື່ອສິ້ນສຸດບັ້ນຮົບ ໄຕງວຽນ ແລະ ຈາກນັ້ນ, ກໍ່ເປີດໄລຍະໂອກາດຍຸດທະສາດເພື່ອດຳເນີນບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານ ໂງແທັງແຢງ, ຊີ້ແຈ້ງວ່າ:

“ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ດຶກເລິບ ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງໄຊຊະນະ ດຶກເລິບ, ຕອບບຸນແທນຄຸນ ແລະ ເຊີດຊູບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ, ອະດີດນັກຮົບ, ພໍ່ແມ່ປະຊາຊົນ ແລະ ນັກຮົບທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.