ຂ່າວເດັ່ນ

ເບິ່ງແຍງດູແລໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ເບິ່ງແຍງດູແລໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ເນັ້ນຫນັກວ່າ ໃນຊຸມປີຜ່ານມາ, ພັກ, ລັດ, ລັດຖະບານ ຍາມໃດກໍ່ສະຫງວນແຫລ່ງກຳລັງອັນໃຫຍ່ຫລວງເພື່ອເບິ່ງແຍດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. (ພາບ:VGP/Nguyễn Hoàng)

ວັນທີ 21 ກໍລະກົດ, ເນື່ອງໃນໂອກາດສະເຫລີມສະຫລອງ 78 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ, ທ່ານ ຫງວຽນຮວ່າບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ນຳຫນ້າຄະນະປະຕິບັດງານ ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ພວມປິ່ນປົວຢູ່ສູນປິ່ນປົວ ແລະ ບຳລຸງສຸຂະພາບຜູ້ມີຄຸນງາມຄວາມດີ ຢູ່ ເຊີ່ມເຊີນ (ກະຊວງພາຍໃນ) ແລະ ສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຢູ່ ແຂວງ ແທງຮວ່າ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ເນັ້ນຫນັກວ່າ ໃນຊຸມປີຜ່ານມາ, ພັກ, ລັດ, ລັດຖະບານ ຍາມໃດກໍ່ສະຫງວນແຫລ່ງກຳລັງອັນໃຫຍ່ຫລວງເພື່ອເບິ່ງແຍດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

ໃນວັນດຽວກັນ (21 ກໍລະກົດ), ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີ ຢູ່ ນະຄອນ ຮ່າໂນ້ຍ ແລະ ນະຄອນ ຫາຍຟ່ອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.