ຂ່າວເດັ່ນ

EC ປະ​ກາດ​ໂຄງ​ການ​ໃໝ່​ກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ

EC ປະ​ກາດ​ໂຄງ​ການ​ໃໝ່​ກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ

(VOVWORLD) - ProtectEU ແມ່ນຊື່ຂອງໂຄງການດຳເນີນງານໃໝ່ກ່ຽວກັບການຕ້ານການກໍ່ການຮ້າຍ ໂດຍຄະນະກຳມະການເອີຣົບ (EC) ໄດ້ປະກາດຢ່າງເປັນທາງການໃນວັນທີ 26 ກຸມພາ.

 ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັບມືລວມໝູ່ຂອງສະຫະພາບເອີຣົບ (EU), ປົກປ້ອງປະຊາຊົນ, ວິສາຫະກິດກໍຄືບັນດາຄຸນຄ່າແກ່ນສານຂອງທະວີບຕໍ່ໜ້າບັນດາໄພນາບຂູ່ການກໍ່ການຮ້າຍ ແລະ ປະກົດການຫົວຮຸນແຮງທີ່ພວມມີການຜັນແປຢ່າງບໍ່ຢຸດບໍ່ເຊົ່າ.

ProtectEU ໄດ້ຮັບການສ້າງຕັ້ງຂຶ້ນປິ່ນອ້ອມບັນດາເສົາຄ້ຳແກ່ນສານ, ໃນນັ້ນ ມີການຍົກສູງກຳລັງຄວາມສາມາດຄາດຄະເນ ແລະ ການຮັບຮູ້ບັນດາໄພນາບຂູ່ ໂດຍໄວ. ສະກັດກັ້ນການຫັນເປັນຫົວຮຸນແຮງ, ໂດຍສະເພາະແມ່ນໃນໝູ່ໄວໜຸ່ມ, ເຊິ່ງໄດ້ຮັບຖືວ່າແມ່ນຍຸດທະສາດຍາວນານທີ່ມີລັກສະນະຍືນຍົງ. EC ຄາດຄະເນວ່າຈະເປີດຕົວ ປະມວນເຄື່ອງມືສະກັດກັ້ນ ເພື່ອແນໃສ່ສະໜອງບັນດາມາດຕະການຕົວຈິງເພື່ອປົກປ້ອງເດັກທີ່ບໍ່ທັນບັນລຸນິຕິພາວະ ອອກຈາກການຍຸແຍ່ແກ່ດຶງຂອງບັນດາແນວຄິດຫົວຮຸນແຮງ. ພ້ອມດຽວກັນນັ້ນແມ່ນ ໂຄງການມອບສິດ ແລະ ເຊື່ອມຕໍ່ວົງຄະນະຍາດ ທີ່ມີມູນຄ່າ 5 ລ້ານ ເອີໂຣ (ປະມານ 5,9 ລ້ານ USD), ສຸມໃສ່ຍົກສູງຄວາມສາມາດຟື້ນຟູດີຈີຕອນ, ປັບປຸງຄວາມຜູກພັນໃນສັງຄົມ ແລະ ບົດບາດຂອງຊຸມຊົນທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.