ຂ່າວເດັ່ນ

ECB ສືບ​ຕໍ່​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ໄວ້​ຄື​ເກົ່າ

ECB ສືບ​ຕໍ່​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ໄວ້​ຄື​ເກົ່າ

(VOVWORLD) - ໃນສະພາບການໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ການເຕີບໂຕເປັນປົກກະຕິ, ທະນາຄານສູນກາງ ເອີຣົບ ( ECB) ໄດ້ຕັດສິນໃຈຮັກສາອັດຕາພາສີຢູ່ລະດັບ 2%, ລະດັບຕ່ຳທີ່ສຸດໃນຮອບເວລາກວ່າ 2 ປີຜ່ານມາ ແລະ ເໝາະສົມກັບແຫ່ຫວັງຂອງຕະຫຼາດ.

ຂໍ້ຕົກລົງດັ່ງກ່າວໄດ້ສ້າງຂີດໝາຍເປັນຄັ້ງທີ 3 ຢ່າງຕໍ່ເນື່ອງທີ່ ECB ໄດ້ຮັກສາລະດັບອັດຕາພາສີ 2% ນັບແຕ່ເດືອນມິຖຸນາ. ວົງການນັກສັງເກດການຖືວ່າ ECB ຈະບໍ່ຟ້າວຟັງຍົກອອກບໍ່ວ່າການປ່ຽນແປງໃດໃນຊ່ວງເວລານີ້.

        ປັດຈຸບັນ, ເສດຖະກິດພາກພື້ນສະກຸນເງິນລວມ ເອີຣົບ (Eurozone) ພວມມີຄວາມໝັ້ນທ່ຽງຕໍ່ບັນດາຄວາມເຄັ່ງຕຶງທາງດ້ານການຄ້າທົ່ວໂລກ. ຕາມການຄາດຄະເນໃນເບື້ອງຕົ້ນຂອງອົງການສະຖິຕິ ເອີຣົບ ( Eurostat), ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ Eurozone  ເພີ່ມຂຶ້ນ 0,2% ໃນໄຕມາດທີ III ປີ 2025 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ໄພເງິນເຟີ້ຂອງໄຕມາດທີ III ປະມານແຕ່ 2 – 2,2%, ໃກ້ກັບລະດັບເປົ້າໝາຍ 2%.

        ໂດຍບໍ່ຫົວຊາຕໍ່ເລື່ອງ ເອີຣົບ ຕ້ອງປະເຊີນໜ້າກັບຄວາມກົດດັນຈາກພາສີອາກອນຂອງ ອາເມລິກາ ແລະ ການປະທະກັນຢູ່ ຢູແກຼນ, ທ່ານນາງ Christine Lagarde ປະທານທະນາຄານ ECB  ແລະ ບັນດາເຈົ້າໜ້າທີ່ອື່ນໆຂອງທະນາຄານນີ້ ຍັງໃຫ້ຂໍ້ສັງເກດວ່າ ນະໂຍບາຍເງິນຕາຂອງ Eurozone ພວມຢູ່ໃນ “ທີ່ຕັ້ງທີ່ດີ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.