ຂ່າວເດັ່ນ

ເຫດ​ເຮືອ​ບິນ​ຕົກ​ຢູ່ ລັດ​ເຊຍ: ບໍ່​ພົບ​ເຫັນ​ຜູ້​ລອດຊີ​ວິດ

ເຫດ​ເຮືອ​ບິນ​ຕົກ​ຢູ່ ລັດ​ເຊຍ: ບໍ່​ພົບ​ເຫັນ​ຜູ້​ລອດຊີ​ວິດ

(VOVWORLD) - ສຳນັກຂ່າວສານ TASS ຂອງລັດເຊຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກອົງການສຸກເສີນຂອງປະເທດນີ້ໂດຍໃຫ້ຮູ້ວ່າ ອົງການສືບສວນຍັງພວມພິຈາລະນາຫາສາຍເຫດທີ່ເຮັດໃຫ້ເຮືອບິນນຳສົ່ງຜູ້ໂດຍສານ An-24 ຖືກຂາດການຕິດຕໍ່ ແລະ ຕົກຢູ່ແຂວງ Amur.

ເຮືອບິນຕົກຂອງລັດເຊຍ (ພາບ: Russian Investigative Committee/REUTERS)

ໃນແຈ້ງການຫຼ້າສຸດ, ສູນປ້ອງກັນພົນລະເຮືອນ ແລະ ປ້ອງກັນຕ້ານອັກຄີໄພລະເບີດ ຢູ່ແຂວງ Amur ໄດ້ຢັ້ງຢືນວ່າເຮືອນບິນ An-24 ຂອງບໍລິສັດການບິນ Angara Airlines ໄດ້ຕົກ ແລະ ເກີດໄຟຟມ້ໃນຂະນະທີ່ລົງຈອດ. ຄະນະກູ້ໄພກູ້ຊີບ ບໍ່ພົບເຫັນຜູ້ລອດຊີວິດເຫດອຸບັດຕິເຫດຄັ້ງນີ້. ກະຊວງສະພາບການສຸກເສີນລັດເຊຍ ໄດ້ລະດົມບັນດາກຳລັງກູ້ໄພກູ້ຊີບໄປຍັງສະຖານທີ່ເກດເຫດ.  ສຳນັກຂ່າວສານ TASS ຂອງລັດເຊຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກອົງການສຸກເສີນຂອງປະເທດນີ້ໂດຍໃຫ້ຮູ້ວ່າ ອົງການສືບສວນຍັງພວມພິຈາລະນາຫາສາຍເຫດທີ່ເຮັດໃຫ້ເຮືອບິນນຳສົ່ງຜູ້ໂດຍສານ An-24 ຖືກຂາດການຕິດຕໍ່ ແລະ ຕົກຢູ່ແຂວງ Amur.

This site is protected by reCAPTCHA and the Google Privacy Policy and Terms of Service apply.