ຂ່າວເດັ່ນ

ເຫດ​ການ​ຍິງ​ປືນ​ຢູ່​ລັດ Mississippi, ອາ​ເມ​ລິ​ກາ, ເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ

ເຫດ​ການ​ຍິງ​ປືນ​ຢູ່​ລັດ Mississippi, ອາ​ເມ​ລິ​ກາ, ເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ

(VOVWORLD) - ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point...

ວັນທີ 10 ມັງກອນ, ເທດສະບານ West Point, ທາງທິດຕາເວັນອອກລັດ Mississippi ປະເທດອາເມລິກາ ຖືກສັ່ນສະເທືອນຍ້ອນເຫດການຍິງປືນຢູ່ຫຼາຍສະຖານທີ່ ຊື່ງເຮັດໃຫ້ 6 ຄົນເສຍຊີວິດ. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໃສໃນວັນດຽວກັນໂດຍທັນທີ ແລະ ພວມສືບສວນຫາເສຍເຫດ.

   ທ່ານ Eddie Scott ຫົວໜ້າຕຳຫຼວດບ້ານ Clay ໄດ້ເອົາລົງບົດຂຽນໃນສື່ສັງຄົມ Facebook ໂດຍໃຫ້ຮູ້ວ່າ: ປຊຊ ຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point, ມໍ່ກັບເຂດຊາຍແດນກັບລັດ Alabama. ທ່ານ Scott ຢືນຢັນວ່າ ຜູ້ຖືກສົງໃສໄດ້ຖືກຈັບຕົວແລ້ວ ແລະ ບໍ່ມີບໍ່ວ່າໄພນາບຂູ່ໃດໆສຳລັບເຂດຊຸມຊົນ. ອົງການປະຕິບັດກົດໝາຍພວມຕັ້ງໜ້າສືບສວນ ແລະ ຈະອັບເດັດຂໍ້ມູນຂ່າວໂດຍໄວ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.