ຂ່າວເດັ່ນ

ເຫດ​ຍິງ​ປືນ​ທີ່​ນອງ​ເລືອກ​ເກີ​ດ​ຂຶ້ນ​ຢູ່​ບໍ່​ຄຳ ຊູ​ດັງໃຕ້ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດກວ່າ 70 ຄົນ

ເຫດ​ຍິງ​ປືນ​ທີ່​ນອງ​ເລືອກ​ເກີ​ດ​ຂຶ້ນ​ຢູ່​ບໍ່​ຄຳ ຊູ​ດັງໃຕ້ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດກວ່າ 70 ຄົນ

(VOVWORLD) - ວັນທີ 30 ມີນາ, ທ່ານ Kwacijwok Dominic Amondoc ໂຄສົກຕຳຫຼວດ ຊູດັງໃຕ້ ໃຫ້ຮູ້ວ່າ ເຫດການເກີດຂຶ້ນຢູ່ເຂດພູ Jebel Iraq, ລັດ Equatoria, ຊານເມືອງນະຄອນຫຼວງ Juba.

ມີຫຼາຍກວ່າ 70 ຄົນ ໄດ້ຮັບການຢັ້ງຢືນວ່າ ຖືກເສຍຊີວິດໃນເຫດຍິງປືນທີ່ນອງເລືອກເຊິ່ຫາກໍ່ເກີດຂຶ້ນຢູ່ບໍ່ຄຳ ຊູດັງໃຕ້ ເມື່ອທ້າຍອາທິດກ່ອນ. ວັນທີ 30 ມີນາ, ທ່ານ Kwacijwok Dominic Amondoc ໂຄສົກຕຳຫຼວດ ຊູດັງໃຕ້ ໃຫ້ຮູ້ວ່າ ເຫດການເກີດຂຶ້ນຢູ່ເຂດພູ Jebel Iraq, ລັດ Equatoria, ຊານເມືອງນະຄອນຫຼວງ Juba. ມີມືປືນຫຼາຍຄົນ ທີ່ຍັງບໍ່ທັນຮູ້ຊື່ ແລະ ນາມສະກຸນ ໄດ້ບຸກໂຈມຕີຢ່າງກະທັນຫັນ ແລ້ວຍິງປືນແບບຊ້າຊາຍເຂົ້າຄົນງານຂຸດຄົ້ນບໍ່ຄຳ ພ້ອມດ້ວຍປະຊາຊົນໃນບໍລິເວນດັ່ງກ່າວ. ລາຍງານໃນເບື້ອງຕົ້ນໄດ້ຢືນຢັນວ່າ ມີຜູ້ເສຍຊີວິດ 70 ກວ່າຄົນ ແລະ ຫຼາຍຄົນຖືກບາດເຈັບ.

ກໍໃນຂະນະດຽວກັນ, ຮູບພາບທີ່ໄດ້ແຜ່ກະຈາຍໃນສື່ສັງຄົມອອນລາຍ ໄດ້ຊີ້ໃຫ້ເຫັນວ່າ ຊາກສົບຂອງຜູ້ເສຍຊີວິດນອນເດຍລະດາດຢູ່ສະຖານທີ່ເກີດເຫດ. ຊາວທ້ອງຖິ່ນຈຳນວນໜຶ່ງໃຫ້ຂໍ້ສັງເກດວ່າ ນີ້ອາດຈະແມ່ນການຂັດແຍ້ງກັນລະຫວ່າງບັນດາກຸ່ມຄົນຂຸດຄົ້ນບໍ່ຄຳໃນບໍລິເວນ. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດກ່ຽວກັບເຫດການນີ້ຍັງບໍ່ທັນໄດ້ຮັບການປະກາດເທື່ອ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.