ຂ່າວເດັ່ນ

ເຫດວາງລະເບີດສະຫຼະຊີບຢູ່ ປາກິດສະຖານ ສ້າງໃຫ້ເກີດຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍ

ເຫດວາງລະເບີດສະຫຼະຊີບຢູ່ ປາກິດສະຖານ ສ້າງໃຫ້ເກີດຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍ

(VOVWORLD) - ຜູ້ວາງລະເບີດສະຫຼະຊີບໄດ້ຢືນຢູ່ປະຕູຂອງໂບດ ແລະ ທຳການລະເບີດ.

ເຫດວາງລະເບີດສະຫຼະຊີບເຮັດໃຫ້ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ
(ພາບ: REUTERS/Waseem Khan)

ເຫດວາງລະເບີດສະຫຼະຊີບເກີດຂຶ້ນໃນວັນທີ 06 ກຸມພາ ຢູ່ໂບດອິດສະລາມນິກາຍ ຊີແອັດ (Shiite) ຢູ່ນະຄອນຫຼວງ Islamabad ຂອງ ອີຣານ, ເຮັດໃຫ້ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ແລະ ກວ່າ 130 ຄົນຮັບບາດເຈັບ. ຜູ້ວາງລະເບີດສະຫຼະຊີບໄດ້ຢືນຢູ່ປະຕູຂອງໂບດ ແລະ ທຳການລະເບີດ.

ເຈົ້າໜ້າທີ່ຕຳຫຼວດຂັ້ນສູງຜູ້ໜຶ່ງໃຫ້ຮູ້ວ່າ ເຫດລະເບີດເກີດຂຶ້ນພາຍຫຼັງພິທີສວດພາວະນາວັນສຸກສິ້ນສຸດລົງ. ທ່ານ Shehbaz Sharif, ນາຍົກລັດຖະມົນຕີ ປາກິດສະຖານ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.