ຂ່າວເດັ່ນ

ເຫຼົ່າທັບເຮືອຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ

ເຫຼົ່າທັບເຮືອຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 28 ກຸມພາ, ຢູ່ນະຄອນ ຫາຍຟ່ອງ, ເຫຼົ່າທັບເຮືອໄດ້ຈັດພິທີຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນເທື່ອທີ 3.

(ພິທີຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ)

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເນັ້ນໜັກເຖິງບັນດາການເຕີບໃຫຍ່ຂອງກອງທັບເຮືອ ປະຊາຊົນ ຫວຽດນາມ; ສ້າງໄດ້ຜົນງານດີເລີດຫຼາຍຢ່າງໃນການຕໍ່ສູ້, ຝຶກແອບ, ກຽມພ້ອມສູ້ຮົບ, ປະຕິບັດງານ ແລະ ປະຕິບັດໜ້າທີ່ສາກົນ…

        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ສະເໜີໃຫ້ເຫຼົ່າທັບເຮືອສືບຕໍ່ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ໂດຍຈຸດສຸມແມ່ນບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພ້ອມກັນນັ້ນ, ກໍ່ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນສະພາບການ, ເສນາທິການ, ສະເໜີບັນດາມາດຕະການແກ້ໄຂຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງທັນການ ທັງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ, ທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບທາງທະເລ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.