ຂ່າວເດັ່ນ

ແດນ​ມາກ ຕີ​ລ​າ​ຄາ​ການ​ເຈ​ລະ​ຈາ​ບັນ​ຫາ Greenland ຢ່າງ​ຕັ້ງ​ໜ້າ

ແດນ​ມາກ ຕີ​ລ​າ​ຄາ​ການ​ເຈ​ລະ​ຈາ​ບັນ​ຫາ Greenland ຢ່າງ​ຕັ້ງ​ໜ້າ

(VOVWORLD) - ວັນທີ 29 ມັງກອນ, ເມື່ອກ່າວຄຳເຫັນໃນກອງປະຊຸມຂອງ ສະຫະພາບເອີຣົບ (EU) ຢູ່ ບຣຸກແຊນ, ທ່ານ Lars Lokke Rasmussen ລັດຖະມົນຕີກະຊວງການຕ່າງປະເທດ ແດນມາກ ໄດ້ສະແດງຄວາມ “ປະເອີບໃຈກວ່າ” ພາຍຫຼັງການເຈລະຈາດ້ານວິຊາການເຕັກນິກລະຫວ່າງເຈົ້າໜ້າທີ່ຂອງປະເທດນີ້ກັບຝ່າຍ ອາເມລິກາ ກ່ຽວກັບບັນຫາ Greenland.

ທ່ານ Lars Lokke Rasmussen ລັດຖະມົນຕີກະຊວງການຕ່າງປະເທດ ແດນມາກ 
(ພາບເອກະສານ: REUTERS/Ints Kalnins)

ທ່ານລັດຖະມົນຕີການຕ່າງປະເທດ Rasmussen ເນັ້ນໜັກວ່າ ບັນຍາກາດການເຈລະຈາແມ່ນ “ຕັ້ງໜ້າ” ແລະ “ມີລັກສະນະສ້າງສັນ”, ແມ່ນບາດກ້າວສຳຄັນ ແນໃສ່ນຳສາຍພົວພັນກັບຄືນສູ່ຄວາມເປັນປົກກະຕິພາຍຫຼັງທີ່ຄວາມເຄັ່ງຕຶງເພີ່ມຂຶ້ນໃນອາທິດກ່ອນ. ເຖິງວ່າບັນດາບັນຫາແກ່ນສານຍັງບໍ່ໄດ້ຮັບການແກ້ໄຂຢ່າງຂາດຂັ້ນ, ແຕ່ເລື່ອງສອງຝ່າຍຂຶ້ນແຜນການໃຫ້ແກ່ກອງປະຊຸມຄັ້ງຕໍ່ໄປ ໄດ້ຮັບຖືວ່າແມ່ນສັນຍານຫຼຸດຜ່ອນວິກິດການຢ່າງເລິກເຊິ່ງທີ່ສຸດ ໃນສຳພັນທະມິດຂ້າມອັດລັງຕິກ ໃນຊຸມປີມໍ່ໆມານີ້.

        ເຖິງຢ່າງໃດກໍຕາມ, ໃນບົດກ່າວຄຳເຫັນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໄດ້ປະຕິເສດຖະແຫຼງການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງ ວໍຊິງຕັນ ບັນລຸໄດ້ຂອບຂໍ້ຕົກລົງກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ກ່ຽວຂ້ອງເຖິງບັນຫາ Greenland.


This site is protected by reCAPTCHA and the Google Privacy Policy and Terms of Service apply.