ຂ່າວເດັ່ນ

ແຟນ​ລາຍ​ການ​ກະ​ຈາຍ​ສຽງພາ​ກ​ພາ​ສາ ຝ​ລັ່ງ​ ມີ​ຄວາມ​ຫວັງ​ຕໍ່​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ແຟນ​ລາຍ​ການ​ກະ​ຈາຍ​ສຽງພາ​ກ​ພາ​ສາ ຝ​ລັ່ງ​ ມີ​ຄວາມ​ຫວັງ​ຕໍ່​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງທີ່ສຳຄັນຂອງ ຫວຽດນາມ ເຊິ່ງພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ດຶງດູດຄວາມສົນໃຈຈາກບັນດາແຟນລາຍການກະຈາຍສຽງພາກພາສາ ຝລັ່ງຂອງວິທະຍຸກະຈາຍສຽງ ຫວຽດນາມ ຢ່າງເລິກເຊິ່ງ.

ຮ່າໂນ້ຍໄດ້ຮັບການປະດັບປະດາຢ່າງງາມຕາໃນຊຸມວັນດຳເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ 

 ບັນດາຜູ້ຟັງໄດ້ໃຫ້ຄວາມສົນໃຈເປັນພິເສດເຖິງບັນດາການກຳນົດທິດໃຫຍ່ ກໍຄືຖັນແຖວການນຳໃໝ່ຂອງ ຫວຽດນາມ. ຈາກເທດສະບານເມືອງ L`Isle – Adam, ຫ່າງຈາກນະຄອນຫຼວງ ປາຣີ ປະມານ 20 ກິໂລແມັດ, ເພື່ອນ Paul Jamet ໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຫວຽດນາມ ຈະສ້າງແນວທາງການຊີ້ນຳນຳພາຢ່າງຈະແຈ້ງ ແລະ ມີສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ຖັນແຖວການນຳໃໝ່ຈະຫັນບັນດາຂໍ້ຕົກລົງຂອງກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ, ດ້ວຍຄວາມໄວ້ວາງໃຈ, ຈິດໃຈຄວາມຮັບຜິດຊອບສູງ, ມີຄວາມຊື່ກົງບໍລິສຸດເພື່ອຜົນປະໂຫຍດແຫ່ງຊາດ ແລະ ວິໄສທັດໃຫ້ແກ່ອະນາຄົດຂອງຄົນລຸ້ນໜຸ່ມ”.

ເພື່ອນ Paul Jamet (ຜູ້ທຳອິດໃນແຖວທຳອິດຢູ່ທາງເບື້ອງຊ້າຍມື) ພ້ອມກັບບັນດາສະມາຊິກໃນສະໂມສອນຟັງລາຍການວິທະຍຸ Perche (ພາບ: Radio Club du Perche)

        ໂດຍສົນໃຈເຖິງບັນດາການກຳນົດທິດຍຸທດສະສາດຂອງກອງປະຊຸມໃຫຍ່ຄັ້ງທີ XIV, ເພື່ອນໜຸ່ມ Raphaël Voydis ຢູ່ນະຄອນ Dax, ເຂດຕາເວັນຕົກສ່ຽງໃຕ້ປະເທດ ຝລັ່ງ ຖືວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ມີຄວາມໝາຍສຳຄັນທີ່ສຸດໃນການຊຸກຍູ້ການພັດທະນາຂອງ ຫວຽດນາມ ໃນຫຼາຍຂົງເຂດ, ເຊັ່ນ: ການທ່ອງທ່ຽວ, ອຸດສາຫະກຳ ແລະ ການຄ້າ. ໃນຂົງເຂດການທ່ອງທ່ຽວ, ຕ້ອງສືບຕໍ່ໂຄສະນາຄຸນຄ່າວັດທະນະທຳ, ຄວາມງາມຂອງປະເທດຊາດ ແລະ ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ ເພື່ອດຶງດູດແຂກທ່ອງທ່ຽວຫຼາຍກວ່າອີກ.

ທີລວານ

This site is protected by reCAPTCHA and the Google Privacy Policy and Terms of Service apply.