ຂ່າວເດັ່ນ

ແຫຼມ Kamchatka (ລັດ​ເຊຍ) ມີ​ການ​ເຄື່ອນເໜັງ​ເກືອບ 2 ແມັດ ພາຍຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ

ແຫຼມ Kamchatka (ລັດ​ເຊຍ) ມີ​ການ​ເຄື່ອນເໜັງ​ເກືອບ 2 ແມັດ ພາຍຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ

(VOVWORLD) - ເຫດແຜ່ນດິນໄຫວຢ່າງແຮງ ທີ່ເກີດຂຶ້ນເມື່ອວັນທີ 30 ກໍລະກົດ ຢູ່ນອກຝັ່ງແຫຼມ Kamchatka ຂອງ ລັດເຊຍ ໄດ້ເຮັດໃຫ້ທາງທິດໃຕ້ເຂດນີ້ ມີການເຄື່ອນເໜັງເກືອບ 2 ແມັດ ໄປທາງທິດຕາເວັນອອກສ່ຽງໃຕ້.

ລັດເຊຍ ເກີດໄພນ້ຳຖ້ວມຢ່າງໜັກໜ່ວງໃນເຫດຄື້ນຟອງຍັກເມື່ອວັນທີ 30 ກໍລະກົດ 2025(ພາບ: REUTERS)

ວັນທີ 5 ສິງຫາ, ອຳນາດການປົກຄອງທ້ອງຖິ່ນ ໃຫ້ຮູ້ວ່າ ເຫດແຜ່ນດິນໄຫວຢ່າງແຮງ ທີ່ເກີດຂຶ້ນເມື່ອວັນທີ 30 ກໍລະກົດ ຢູ່ນອກຝັ່ງແຫຼມ Kamchatka ຂອງ ລັດເຊຍ ໄດ້ເຮັດໃຫ້ທາງທິດໃຕ້ເຂດນີ້ ມີການເຄື່ອນເໜັງເກືອບ 2 ແມັດ ໄປທາງທິດຕາເວັນອອກສ່ຽງໃຕ້.

        ຕາມສູນຄົ້ນຄວ້າສະຫະລັດ ຂຶ້ນກັບ ກົມພູມີ- ຟີຊິກສາດ ເອກະພາບ - ສະຖາບັນບັນດິດວິທະຍາສາດ ລັດເຊຍ ແລ້ວ, ຂໍ້ມູນພູມສາດໃນເບື້ອງຕົ້ນ ຮັບຮູ້ການເຄື່ອນທີ່ຫຼາຍພໍສົມຄວນຂອງໜ້າດິນ, ພິເສດແມ່ນຢູ່ເຂດທາງທິດໃຕ້ຂອງແຫຼມ Kamchatka. ອົງການນີ້ໃຫ້ຂໍ້ສັງເກດວ່າ ລະດັບການເຄື່ອນເໜັງຄັ້ງນີ້ ແມ່ນຄ້າຍຄືກັນກັບປະກົດການທີ່ເຄີຍເກີດຂຶ້ນພາຍຫຼັງເຫດແຜ່ນດິນໄຫວຢູ່ທາງທິດຕາວັນອອກສ່ຽງເໜືອ ຍີປຸ່ນ ເພື່ອປີ 2011.

        ບັນດານັກວິທະຍາສາດກໍພົບເຫັນການເຄື່ອນເໜັງທີ່ໜ້ອຍກວ່າຢູ່ເຂດໃກ້ນະຄອນ Petropavlovsk-Kamchatsky ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.