ຂ່າວເດັ່ນ

ແຫ່ງທີ່ໜັງສືພິມປະຕິວັດຂອງ ຫວຽດນາມ ສະບັບທຳອິດດຳເນີນເປີດຕົວ

ແຫ່ງທີ່ໜັງສືພິມປະຕິວັດຂອງ ຫວຽດນາມ ສະບັບທຳອິດດຳເນີນເປີດຕົວ

(VOVWORLD) - ໜັງສືພິມມີສຳນັກງານຕັ້ງຢູ່ເຮືອນເລກທີ 13A, ຖະໜົນ ເວີນມິງ, ກວາງໂຈ, ປະຈຸບັນແມ່ນເຮືອນເລກທີ 248 – 250 ຖະໜົນ ເວີນມິງ

(ປະຈຸບັນຍັງຮັກສາຫຼາຍວັດຖຸພັນທີ່ໄດ້ຕິດພັນກັບ ເພີ່ນ)

        ວັນທີ 21 ມິຖຸນາ 1925, ຢູ່ແຂວງ ກວາງໂຈ, ປະເທດ ຈີນ, ໜັງສືພິມ ແທັງນຽນ (ຊາວໜຸ່ມ), ອົງການກະບອກສຽງຂອງສະມາຄົມ ຫວຽດນາມ ປະຕິວັດຊາວໜຸ່ມ (ເອີ້ນວ່າ ຫວຽດນາມ ແທັງນຽນ ປະຕິວັດ ສະມາຄົມສະຫາຍ), ໂດຍຜູ້ນຳ ຫງວຽນອາຍກວັກ ສ້າງຕັ້ງ, ໄດ້ພິມຈຳໜ່າຍສະບັບທຳອິດ.

        ໜັງສືພິມມີສຳນັກງານຕັ້ງຢູ່ເຮືອນເລກທີ 13A, ຖະໜົນ ເວີນມິງ, ກວາງໂຈ, ປະຈຸບັນແມ່ນເຮືອນເລກທີ 248 – 250 ຖະໜົນ ເວີນມິງ, ກໍ່ແມ່ນສຳນັກງານຂອງສະມາຄົມ ຫວຽດນາມ ປະຕິວັດຊາວໜຸ່ມ. ຢູ່ທີ່ນີ້, ຜູ້ນຳ ຫງວຽນອາຍກວັກ ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວກ່ອນນີ້ 100 ປີ. ປະຈຸບັນຍັງຮັກສາຫຼາຍວັດຖຸພັນທີ່ໄດ້ຕິດພັນກັບ ເພີ່ນ, ພ້ອມກັບບັນດານັກຮົບທຳອິດຂອງການປະຕິວັດ ຫວຽດນາມ.

        ເຂດມໍລະດົກສະມາຄົມ ຫວຽດນາມ ປະຕິວັດຊາວໜຸ່ມ, ແຫ່ງທີ່ມີຫ້ອງພິມໜັງສືພິມ ແທັງນຽນ ໄດ້ເປີດປະຕູໃຫ້ມະຫາຊົນເຂົ້າຢ້ຽມຊົມແຕ່ປີ 2024.

This site is protected by reCAPTCHA and the Google Privacy Policy and Terms of Service apply.