ຂ່າວເດັ່ນ

ເອີ​ລົບ​ປະ​ກາດ​ບ້ວງເງິນອຸ​ປະ​ຖຳ​ 70 ລ້າ​ນ euro ໃຫ້​ແກ່​ຢູ​ແກຼນ

ເອີ​ລົບ​ປະ​ກາດ​ບ້ວງເງິນອຸ​ປະ​ຖຳ​ 70 ລ້າ​ນ euro ໃຫ້​ແກ່​ຢູ​ແກຼນ

(VOVWORLD) - ບ້ວງເງິນອຸປະຖຳນີ້ແມ່ນເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ບັນດາວິສາຫະກິດ ແລະ ຄອບຄົວດຳເນີນທຸລະກິດ ຢູແກຼນດ້ວຍການໜູນຊ່ວຍລົງທຶນເຂົ້າການຜະລິດພະລັງງານ, ເກັບຮັກສາ ແລະ ຍົກລະດັບປະສິດທິຜົນ.

ໂຮງງານໄຟຟ້ານິວເຄຼຍ Zaporizhzhia (ພາບ: THX/TTXVN)

ວັນທີ 15 ພຶດສະພາ, ທີ່ກອງປະຊຸມນັດສາມັນ ແລະ ເວທີປາໄສວິສາຫະກິດປີ 2025 ທີ່ໄດ້ດຳເນີນຢູ່ລອນດອນ (ອັງກິດ), ທະນາຄານການຟື້ນຟູ ແລະ ພັດທະນາ ເອີລົບ (EBRD) ໄດ້ປະກາດ ບັນດາຂໍ້ລິເລີ່ມໜູນຊ່ວຍໃໝ່ໃຫ້ແກ່ ຢູແກຼນທີ່ມີມູນຄ່າ 70 ລ້ານ euro (78,5 ລ້ານ USD). ບ້ວງເງິນອຸປະຖຳນີ້ແມ່ນເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ບັນດາວິສາຫະກິດ ແລະ ຄອບຄົວດຳເນີນທຸລະກິດ ຢູແກຼນດ້ວຍການໜູນຊ່ວຍລົງທຶນເຂົ້າການຜະລິດພະລັງງານ, ເກັບຮັກສາ ແລະ ຍົກລະດັບປະສິດທິຜົນ. EBRD ກໍ່ປະກາດບ້ວງເງິນກູ້ຢືມດ່ວນ 10 ລ້ານ euro ໃຫ້ແກ່ນະຄອນ Lviv, ເພື່ອແນໃສ່ຊ່ວຍຮັກສາບັນດາການບໍລິການສາທາລະນະທີ່ຈຳເປັນຢູ່ທີ່ນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.