ຂ່າວເດັ່ນ

ເອີ​ຣົບ ຊອກ​ຫາ​ວິ​ທີ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ໃນ​ສົນ​ທິ​ສັນ​ຍາ ເອີ​ຣົບ ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ

ເອີ​ຣົບ ຊອກ​ຫາ​ວິ​ທີ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ໃນ​ສົນ​ທິ​ສັນ​ຍາ ເອີ​ຣົບ ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ

(VOVWORLD) - ບັນດາເຈົ້າໜ້າທີ່ເອີຣົບ ໄດ້ໂຮມປະຊຸມຢູ່ Strasbourg ປະເທດ ຝລັ່ງ ໃນວັນທີ 11 ທັນວາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນໃນສົນທິສັນຍາເອີຣົບວ່າດ້ວຍສິດທິມະນຸດ, ຜ່ານນັ້ນ ກໍ່ໄກ່ເກ່ຍບັນດາສິ່ງທ້າທາຍຈາກບັນຫາຊາວອົບພະຍົບ.

  ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Alain Berset ເລຂາທິການໃຫຍ່ສະພາເອີຣົບ  ໄດ້ເນັ້ນໜັກວ່າ ເອີຣົບ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ແລະ ບັນຫາອົບພະຍົບແມ່ນໜຶ່ງໃນບັນດາຄວາມວິຕົກກັງວົນນັ້ນ. ທ່ານເນັ້ນໜັກວ່າ ການປຶກສາຫາລືຢູ່ Strasbourg ບໍ່ແມ່ນເພື່ອ “ປ່ຽນແປງ” ສົນທິສັນຍາເອີຣົບວ່າດ້ວຍສິດທິມະນຸດ, ແທນທີ່ນັ້ນ, ໜ້າທີ່ຂອງບັນດາປະເທດແມ່ນຮັກສາໃຫ້ສົນທິສັນຍາສະບັບນີ້ “ເຂັ້ມແຂງ ແລະ ມີຄວາມສອດຄ່ອງ”, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງສິດເສລີ ແລະ ຄວາມໝັ້ນຄົງ, ຍຸຕິທຳ ແລະ ຄວາມຮັບຜິດຊອບ.

        ບັນດາວາລະປຶກສາຫາລືຢູ່ Strasbourg ຄາດວ່າໄດ້ເຕື້ອງເຖິງບັນດາບັນຫາຄື: ປາບປາມໄພການຄ້າມະນຸດ, ຂໍ້ກໍານົດກ່ຽວກັບ “ສູນຮອງຮັບ” ຢູ່ນອກເອີຣົບ ແລະ ກົນໄກໝູນໃຊ້ມາດຕາທີ 8 (ສິດຄອບຄົວ) ແລະ ມາດຕາທີ 3 (ຫ້າມການປະພຶດແບບໄຮ້ມະນຸດສະທຳ) ເຊິ່ງກ່ຽວຂ້ອງເຖິງບັນດາກໍລະນີອົບພະຍົບ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.