ຂ່າວເດັ່ນ

ແກ້​ໄຂ​ຜົນຮ້າຍ​ທີ່​ຕາມ​ມາ​ຂອງ​ພາ​ຍຸ​ນ້ຳ​ຖ້ວມ, ນຳ​ຊີ​ວິດ​ກາຍ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ກັບ​ຄືນ​ສູ່​ປົກ​ກະ​ຕິ

ແກ້​ໄຂ​ຜົນຮ້າຍ​ທີ່​ຕາມ​ມາ​ຂອງ​ພາ​ຍຸ​ນ້ຳ​ຖ້ວມ, ນຳ​ຊີ​ວິດ​ກາຍ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ກັບ​ຄືນ​ສູ່​ປົກ​ກະ​ຕິ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢຶ້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.

ພາບປະກອບ: VGP

ຕາມການສະຖິຕະຕິຍັງບໍ່ຄົບຖ້ວນຮອດຕອນຄ່ຳວັນທີ 30 ຕຸລາ, ພາຍຸນ້ຳຖ້ວມຢູ່ບັນດາທ້ອງຖິ່ນເຂດພາກກາງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 22 ຄົນ, ເຮືອນກ່ວາ 120.000 ຫຼັງຖືກຖ້ວມ, ມີເສັ້ນທາງຄົມມະນາຄົມຫຼາຍສາຍຖືກເຊາະເຈື່ອນ, ຕັດຂາດ, ມີບັນດາກິດຈະກຳພື້ນຖານໂຄງລ່າງຫຼາຍແຫ່ງຖືກເສຍຫາຍຢ່າງໜັກໜ່ວງ, ຫຼາຍເຂດຖືກຕັດຂາດຢ່າງສິ້ນເຊິງ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນຢ່າງຮ້າຍແຮງ.

ຕໍ່ໜ້າສະພາບການໄພທຳມະຊາດທີ່ສັບສົນ, ຕອນຄຳວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢຶ້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.

ພ້ອມກັນນັ້ນ, ບັນດາທ້ອງຖິ່ນກໍ່ຕ້ອງລະດົມກຳລັງ, ພາຫະນະ, ວັດຖຸອຸປະກອນໃຫ້ໄດ້ຫຼາຍທີ່ສຸດ ໂດຍບຸລິມະສິດແກ້ໄຂສະພາບການຢູ່ໂຮງຮຽນ, ເສັ້ນທາງຄົມມະນາຄົມ, ຮາກຖານສາທາລະນະສຸກ, ພື້ນຖານໂຄງລ່າງໄຟຟ້າ, ໂທລະຄົມມະນາຄົມເພື່ອຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ, ປະຊາຊົນມີບ່ອນກວດປິ່ນປົວພະຍາດ, ມີຂໍ້ມູນການຕິດຕໍ່ພົວພັນ; ແກ້ໄຂການທຳຄວາມສະອາດສິ່ງແວດລ້ອມ ບໍ່ປະໃຫ້ເກີດພະຍາດຕິດແປດພາຍຫຼັງພາຍຸ.


This site is protected by reCAPTCHA and the Google Privacy Policy and Terms of Service apply.