ຂ່າວເດັ່ນ

ແກ້ໄຂ “ບັດເຫຼືອງ” IUU: ກວາງນິງ ສ້າງຂໍ້ມູນຢ່າງຄົບຊຸດ ແລະ ຫັນພື້ນຖານໂຄງລ່າງອາຊີບການປະມົງໃຫ້ທັນສະໄໝ

ແກ້ໄຂ “ບັດເຫຼືອງ” IUU: ກວາງນິງ ສ້າງຂໍ້ມູນຢ່າງຄົບຊຸດ ແລະ ຫັນພື້ນຖານໂຄງລ່າງອາຊີບການປະມົງໃຫ້ທັນສະໄໝ

(VOVWORLD) - ໄລ່ຮອດຕົ້ນປີ 2026, ກວາງນິງ ໄດ້ສ້າງຂໍ້ມູນອາຊີບການປະມົງຢ່າງໂປ່ງໃສ. ປະຈຸບັນ, ທົ່ວແຂວງມີເຮືອ, ກຳປັ່ນຫາປາຍາວ 6 ແມັດຂຶ້ນໄປ 4.116 ລຳ ໄດ້ຈົດທະບຽນ ແລະ ອັບເດດຂໍ້ມູນເຂົ້າລະບົບ Vnfishbase 100% ແລ້ວ.

(ພາບປະກອບ)

        ໂດຍກຳນົດເລື່ອງແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (ອີຊີ) ແມ່ນໜ້າທີ່ການເມືອງຈຸດສຸມ, ແຂວງ ກວາງນິງ ພວມສຸມກຳລັງຜັນຂະຫຍາຍບັນດາມາດຕະການແກ້ໄຂທີ່ມີລັກສະນະບຸກທະລຸ.

        ໄລ່ຮອດຕົ້ນປີ 2026, ກວາງນິງ ໄດ້ສ້າງຂໍ້ມູນອາຊີບການປະມົງຢ່າງໂປ່ງໃສ. ປະຈຸບັນ, ທົ່ວແຂວງມີເຮືອ, ກຳປັ່ນຫາປາຍາວ 6 ແມັດຂຶ້ນໄປ 4.116 ລຳ ໄດ້ຈົດທະບຽນ ແລະ ອັບເດດຂໍ້ມູນເຂົ້າລະບົບ Vnfishbase 100% ແລ້ວ. ສິ່ງທີ່ໜ້າເອົາໃຈໃສ່ແມ່ນເລື່ອງເອົາຂໍ້ມູນຂອງເຈົ້າຂອງເຮືອ, ກຳປັ່ນທີ່ຖືກຕ້ອງ ແລະ ຄົບຖ້ວນເຂົ້າລະບົບ VneID ໄດ້ 100%, ຊ່ວຍໃຫ້ເລື່ອງຊອກຫາຕົ້ນກຳເນີດ ແລະ ຄຸ້ມຄອບຍາດຕິພີ່ນ້ອງຊາວປະມົງໄດ້ຢ່າງວ່ອງໄວ, ຊັດເຈນ.

        ໃນອາທິດທຳອິດຂອງປີ 2026, ກຳລັງທີ່ມີໜ້າທີ່ໄດ້ກວດກາສິນທະເລກວ່າ 446 ໂຕນ ຜ່ານລະບົບດັ່ງກ່າວ, ຮັບປະກັນວ່າ ສິນທະເລແຕ່ລະກີໂລກຣາມທີ່ຫາໄດ້ນັ້ນ ລ້ວນແຕ່ມີ “ປະຫວັດຕົ້ນກຳເນີດ” ຢ່າງຈະແຈ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.