ຂ່າວເດັ່ນ

ແຂ​ວງ​ດຽນ​ບ​ຽນ​ເລີ່ມ​ລົງ​ມື​ກໍ່​ສ້າງ 3 ໂຮງ​ຮຽນ​ກິນນອນ​ລະ​ຫ່າງ​ຂັ້ນ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ສຶກ​ສາ

ແຂ​ວງ​ດຽນ​ບ​ຽນ​ເລີ່ມ​ລົງ​ມື​ກໍ່​ສ້າງ 3 ໂຮງ​ຮຽນ​ກິນນອນ​ລະ​ຫ່າງ​ຂັ້ນ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ສຶກ​ສາ

(VOVWORLD) - ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຂັ້ນ ຢູ່ 248 ຕາແສງເຂດຊາຍແດນໃນທົ່ວປະເທດ.

ພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນຊົນເຜົ່າລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ (ພາບ: VOV)

ວັນທີ 2 ພະຈິກ, ຢູ່ 3 ຕາແສງເຂດຊາຍແດນຄື ນົວງາມ, ນາບຸງ ແລະ ຊາມມື້ນ, ແຂວງດຽນບຽນໄດ້ພ້ອມກັນຈັດຂຶ້ນພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນຊົນເຜົ່າລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ 3 ແຫ່ງ. ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຂັ້ນ ຢູ່ 248 ຕາແສງເຂດຊາຍແດນໃນທົ່ວປະເທດ. ທ່ານ ນົງກວາງທັ້ງ, ເລຂາຄະນະພັກຕາແສງ, ປະທານຄະນະກຳມະການປະຊາຊົນຕາແສງ ນົວງາມ ໃຫ້ຮູ້ວ່າ:

ນັບແຕ່ເວລາມີແຜນນະໂຍບາຍ, ຕາແສງໄດ້ເຊື້ອເຊີນ ຄະນະຄຸ້ມຄອງໂຄງການລົງເຮັດວຽກ ແລະ ເຮັດແຈ້ງໜ້າທີ່ຂອງແຕ່ລະຫົວໜ່ວຍ, ເລືອກເອົາສະຖານທີ່ ແລະ ມອບໃຫ້ຫົວໜ່ວຍວິຊາການສຳຫຼວດຂອບຂະໜາດ, ຈຳນວນຄອບຄົວທີ່ກ່ຽວຂ້ອງທີ່ດິນ. ຫຼັງຈາກນັ້ນຂົນຂວາຍ, ໂຄສະນານັບແຕ່ຄະນະພັກ ຈົນຮອດອຳນາດການປົກຄອງຂອງບ້ານ, ພິເສດບັນດາຄອບຄົວທີ່ມີດິນຖືກເກັບຄືນ ແລະ ມີຄວາມເຫັນດີສູງ ເພື່ອໂຄງການໄດ້ປະຕິບັດຖືກຕ້ອງຕາມຄວາມຄືບໜ້າແມ່ນ 31 ສິງຫາ 2026 ຈະມອບຮັບ ແລະ ກະກຽມບັນດາເງື່ອນໄຂ ໄຂສົກຮຽນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.