ຂ່າວເດັ່ນ

ແຂ​ວງ​ຢາ​ລາຍ ບັນ​ລຸ​ແຜນ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວ​ເພ

ແຂ​ວງ​ຢາ​ລາຍ ບັນ​ລຸ​ແຜນ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວ​ເພ

(VOVWORLD) - ຄາດວ່າໃນຊຸມວັນຕົ້ນເດືອນກໍລະກົດ 2025, ແຂວງຢາລາຍຈະປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ໄວກ່ວາ ກຳນົດເວລາຕາມແຜນການແມ່ນ 2 ເດືອນ.

ພາບປະກອບ: VOV

ກ່ອນການໂຮມແຂວງ, ອຳນາດການປົກຄອງທ້ອງຖິ່ນສອງຂັ້ນເຂົ້າສູ່ການເຄື່ອນໄຫວ, ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢູ່ແຂວງ ຢາລາຍພວມໄດ້ຮັບການປະຕິບັດສຳເລັດ ດ້ວຍເຮືອນປະມານ 8000 ຫຼັງໄດ້ຮັບການກໍ່ສ້າງ, ສ້ອງແປງ ແລະ ມອບໃຫ້ປະຊາຊົນ, ທຽບເທົ່າກັບ 99,88%ແຜນການ.

ຄາດວ່າໃນຊຸມວັນຕົ້ນເດືອນກໍລະກົດ 2025, ແຂວງຢາລາຍຈະປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ໄວກ່ວາ ກຳນົດເວລາຕາມແຜນການແມ່ນ 2 ເດືອນ. ທ່ານ ຣາລານ ຈຸງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ໃຫ້ຮູ້ວ່າ:

ນີ້ແມ່ນໂຄງການທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ນັ້ນແມ່ນສຸມໃສ່ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍທຸກຍາກ, ເປົ້າໝາຍນະໂຍບາຍ ແລະ ຜູ້ມີຄວາມສ່ຽງສູງໃນບໍລິເວນທົ່ວແຂວງ. ໂຄງການໄດ້ດຶງດູດການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ກຳລັງປະກອບອາວຸດ ແລະ ປະຊາຊົນ. ດັ່ງນັ້ນ, ທາງແຂວງຢາລາຍໄດ້ດັດປັບ ແລະ ຫຼຸດ ເວລາລົງເພື່ອ ຢັ້ງຢືນປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃນບໍລິເວນແຂວງ ຢາລາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.