ຂ່າວເດັ່ນ

ແຂກ​ທ່ອງ​ທ່ຽວ ລັດ​ເຊຍ ກັບ​ຄືນ​ມາ ຍາ​ຈາງ ພາຍຫຼັງ 3 ປີ

ແຂກ​ທ່ອງ​ທ່ຽວ ລັດ​ເຊຍ ກັບ​ຄືນ​ມາ ຍາ​ຈາງ ພາຍຫຼັງ 3 ປີ

(VOVWORLD) - ຕອນບ່າຍວັນທີ 17 ມີນາ, ເຮືອບິນຂອງບໍລິສັດການບິນ Azu Aiz LLC ຈາກສະໜາມບິນສາກົນ Irkutsk (ລັດເຊຍ) ໄດ້ລົງຈອດຢູ່ສະໜາມບິນສາກົນ ກາມແຣງ (ແຂວງ ແຄັງຮວ່າ), ພາແຂກທ່ອງທ່ຽວ ລັດເຊຍ 231 ຄົນ ມາທ່ຽວຢູ່ທ້ອງຖິ່ນນີ້. ນີ້ແມ່ນຖ້ຽວບິນ charter ທໍາອິດທີ່ໂດຍສານແຂກທ່ອງທ່ຽວ ລັດເຊຍ ກັບຄືນມາຍັງ ຍາຈາງ, ແຄັງຮວ່າ, ນັບແຕ່ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດເມື່ອປີ 2020 ມາຮອດປັດຈຸບັນ.

ຄະນະນັກທ່ອງທ່ຽວ ລັດເຊຍ ເດີນທາງມາຮອດສະໜາມບິນສາກົນ ກາມແຣັງ (ພາບ: TTXVN)

ບໍລິສັດການຄ້າ ແລະ ການທ່ອງທ່ຽວ Anex ຫວຽດນາມ ຈຳກັດ ແມ່ນວິສາຫະກິດຈັດລາຍການພາແຂກທ່ອງທ່ຽວ ລັດເຊຍ ກັບຄືນມາທ່ອງທ່ຽວແຄັງຮວ່າ ຄືນໃໝ່. ຕາມນັ້ນແລ້ວ, ວິສາຫະກິດດັ່ງກ່າວ ຈະເປີດເຄື່ອນໄຫວຄືນບັນດາສາຍຖ້ຽວບິນ charter ເຊື່ອມຕໍ່ 11 ນະຄອນຂອງ ລັດເຊຍ ມາຍັງສະໜາມບິນສາກົນ ກາມແຣງ. ຄາດວ່າໃນເດືອນ ມີນາ ຈະບັນລຸ 12 ຖ້ຽວຕໍ່ເດືອນ, ແຕ່ເດືອນ ເມສາ - ມິຖຸນາ ຈະຍົກຂຶ້ນແຕ່ 50 – 55 ຖ້ຽວຕໍ່ເດືອນ ແລະ ແຕ່ເດືອນກໍລະກົດເປັນຕົ້ນໄປຈະມີປະມານ 90 – 100 ຖ້ຽວ ຕໍ່ເດືອນ.

        ໃນ 3 ເດືອນຕົ້ນປີ, ຈຳນວນແຂກທ່ອງທ່ຽວທັງໝົດທີ່ພັກເຊົາຢູ່ແຄັງຮວ່າ ບັນລຸກວ່າ 2,5 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ແຂກທ່ອງທ່ຽວສາກົນກວມເອົາກວ່າເຄິ່ງໜຶ່ງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.