ຂ່າວເດັ່ນ

ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ກ໋​ວາ​ງ​ນິງ​ດ້ວຍ​ກຳ​ປັ່ນ​​ເພີ່ມ​ຂຶ້ນ​ຢ່າງ​ແຮງ

ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ກ໋​ວາ​ງ​ນິງ​ດ້ວຍ​ກຳ​ປັ່ນ​​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) - ຄາດວ່າ, ຮອດເດືອນເມສາ 2025 ຈະມີກຳປັ່ນປະມານ 60 ລຳໂດນສານສົ່ງແຂກທ່ອງທ່ຽວກ່ວາ 100.000 ເທື່ອຄົນມາກ໋ວາງນິງ.

ແຂກທ່ອງທ່ຽວສາກົນຢູ່ ອ່າວຮະລອງ, ກ໋ວາງນິງ (ພາບ: TTXVN)

ການທ່ອງທ່ຽວດ້ວຍກຳປັ່ນ ຢູ່ກ໋ວາງນິງມີຄວາມຟົດຟື້ນເມື່ອໄດ້ຕ້ອນຮັບກຳປັ່ນສຳລານ ຂອງຫຼາຍບໍລິສັດກຳປັ່ນໃຫຍ່ໃນທົ່ວໂລກ ມາທ່ອງທ່ຽວ ແລະ ລົງຕິວຈິງ. ໃນວັນທີ 12 ພະຈິກ, ກ໋ວາງນິງໄດ້ຕ້ອນຮັບກຳປັ່ນທ່ອງທ່ຽວ 2 ລຳ ພ້ອມກັບແຂກທ່ອງທ່ຽວ ເອີລົບ - ອາເມລິກາ ກ່ວາ 4.700 ຄົນ ມາທ່ຽວອ່າວຮະລອງ. ກ່ອນໜ້ານັ້ນ, ກ໋ວາງນິງກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 3 ລ້ານມາທ່ຽວອ່າວຮະລອງບົນເສັ້ນທາງການເດີນເຮືອລຽບຕາມອາຊີ.

ດ້ວຍທີ່ຕັ້ງພູມີສາດແມ່ນສະຖານທີ່ທ່ອງທ່ຽວໃກ້ທີ່ສຸດສຳລັບຕະຫຼາດທ່ອງທ່ຽວ ອາຊີເໜືອຄື: ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຍີ່ປຸ່ນ ໂດຍແມ່ນສະຖານທີ່ທີ່ມີຫຼາຍບໍລິສັດກຳປັ່ນສາກົນມາຂຸດຄົ້ນເພື່ອຮັບໃຊ້ແຂກທ່ອງທ່ຽວ, ກ໋ວາງນິງໄດ້ໂຄສະນາເຜີຍແຜ່ທ່າໄດ້ປຽບທາງດ້ານພື້ນຖານໂຄງລ່າງຢ່າງຄົບຊຸດ, ມີຄວາມສະດວກພ້ອມກັບທິວທັດທຳມະຊາດທີ່ພົ້ນເດັ່ນ ແລະ ເຂັ້ມຂຸ້ນໄປດ້ວຍວັດທະນະທຳທ້ອງຖິ່ນ ເພື່ອດຶງດູດບັນດາບໍລິສັດກຳປັ່ນທະເລເຂົ້າທຽບທ່າ. ຄາດວ່າ, ຮອດເດືອນເມສາ 2025 ຈະມີກຳປັ່ນປະມານ 60 ລຳໂດນສານສົ່ງແຂກທ່ອງທ່ຽວກ່ວາ 100.000 ເທື່ອຄົນມາກ໋ວາງນິງ. ບັນດາກຳປັ່ນທ່ອງທ່ຽວພວມປະກອບສ່ວນ ສຳຄັນຊ່ວຍກ໋ວາງນິງປະຕິບັດສຳເລັດເປົ້າໝາຍຂອງປີ 2024 ດ້ວຍແຂກທ່ອງທ່ຽວ 19 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.