ຂ່າວເດັ່ນ

ແຄ້ງ​ຮວ່າ​ຕັດ​ສິນ​ໃຈ​ແກ້​ໄຂ ບັດ​ເຫຼືອງ EC ຢ່າງ​ຂ້ຽວ​ຂາດ

ແຄ້ງ​ຮວ່າ​ຕັດ​ສິນ​ໃຈ​ແກ້​ໄຂ ບັດ​ເຫຼືອງ EC ຢ່າງ​ຂ້ຽວ​ຂາດ

(VOVWORLD) - ຢູ່ເຂດຄວບຄຸມທີ່ທ່າກຳປັ່ນ ໝີເຕິນ, ຕາແສງ ນິງຫ໋າຍ ກຳລັງເຈົ້າໜ້າທີ່ໄດ້ກວດກາບົດບັນທຶກການຂຸດຄົ້ນປະຈຳວັນ, ບັນຊີລາຍຊື່ສະມາຊິກໃນກຳປັ່ນ, ຂໍ້ມູນການຕິດຕາມກວດກາວິວັດການເດີນທາງ ແລະ ປະລິມານການສິນຄ້າຂົນຖ່າຍຢ່າງໃກ້ຊິດ.

ພາບປະກອບ: VOV

ກ່ອນການກວດກາຄັ້ງທີ 5 ຂອງ ຄະນະກຳມະການເອີລົບ (EC) ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ຫຼື ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຄາດວ່າຈະດຳເນີນໃນເດືອນພະຈິກ, ທາງແຂວງແຄ້ງຮວ່າ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການຄຸ້ມຄອງກຳປັ່ນຫາປາຂອງທ້ອງຖິ່ນ ຢ່າງມີປະສິດທິຜົນ ດ້ວຍຄາດໝາຍຈຳນວນໜຶ່ງຄື: ການຄຸ້ມຄອງ, ອອກໃບອະນຸຍາດ, ການຕິດຕາມກວດກາວິວັດການເດີນທາງຂອງກຳປັ່ນຫາປາບັນລຸ 100%. ຢູ່ເຂດຄວບຄຸມທີ່ທ່າກຳປັ່ນ ໝີເຕິນ, ຕາແສງ ນິງຫ໋າຍ ກຳລັງເຈົ້າໜ້າທີ່ໄດ້ກວດກາບົດບັນທຶກການຂຸດຄົ້ນປະຈຳວັນ, ບັນຊີລາຍຊື່ສະມາຊິກໃນກຳປັ່ນ, ຂໍ້ມູນການຕິດຕາມກວດກາວິວັດການເດີນທາງ ແລະ ປະລິມານການສິນຄ້າຂົນຖ່າຍຢ່າງໃກ້ຊິດ.

ພ້ອມກັບການຕິດຕາມຢູ່ນອກຝັ່ງ, ບັນດາກຳລັງເຈົ້າໜ້າທີ່ກໍ່ກວດກາຂັ້ນຕອນເຂົ້າອອກທ່າກຳປັ່ນຢ່າງແໜ້ນແຟ້ນ, ຕິດຕາມປະລິມານສິນຄ້າ ແລະ ບົດບັນທຶກປະຈຳວັນແບບເອເລັກໂຕນິກ. ທ່ານ ຮ່ິງຫ໋າຍ, ຫົວໜ້າຄະນະຄຸ້ມຄອງທ່າກຳປັ່ນຫາປາ ໝີເຕິນ ໃຫ້ຮູ້ວ່າ:

ຜ່ານການກວດກາ, ຊາວປະມົງສ່ວນຫຼາຍລ້ວນແຕ່ປະຕິບັດຂໍ້ກຳນົດວ່າດ້ວຍການຕ້ານການຂຸດຄົ້ນແບບຜິດກົດໝາຍ IUUໃຫ້ເປັນຢ່າງດີ, ປະຕິບັດການບັນທຶກປຶ້ມ, ເອກະສານຢ່າງຄົບຖ້ວນ. ພໍ່ແມ່ປະຊາຊົນນັບມື້ນັບປະຕິບັດຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍຂອງທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.