ຂ່າວເດັ່ນ

ແຄັງ​ຮ​ວ່າ ຕ້ອນ​ຮັບ​ຖ້ຽວ​ບິນ​ມາ​ຈາກ ມົດ​ສະ​ກູ ພາຍຫຼັງ​ຖືກ​ຢຸດ​ໄວ້​ເກືອບ 5 ປີ

ແຄັງ​ຮ​ວ່າ ຕ້ອນ​ຮັບ​ຖ້ຽວ​ບິນ​ມາ​ຈາກ ມົດ​ສະ​ກູ ພາຍຫຼັງ​ຖືກ​ຢຸດ​ໄວ້​ເກືອບ 5 ປີ

(VOVWORLD) - ວັນທີ 29 ກັນຍາ, ຢູ່ສະໜາມບິນສາກົນ ກາມແຣງ, ຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໄດ້ຈັດພິທີຕ້ອນຮັບຖ້ຽວບິນທຳອິດທີ່ມາຈາກ ມົດສະກູ (ສະຫະພັນ ລັດເຊຍ) ຂອງບໍລິສັດການບິນ Nordwind Airlines, ເປີດສາຍການບິນ ລັດເຊຍ - ຍາຈາງ ຄືນໃໝ່ ພາຍຫຼັງທີ່ຖືກຢຸດໄວ້ຊົ່ວຄາວເກືອບ 5 ປີ.

ພິທີຕ້ອນຮັບຖ້ຽວບິນໃໝ່ ເມື່ອລົງຮອດສະໜາມບິນ ກາມແຣງ, ແຂວງ ແຄັງຮວ່າ (ພາບ: VOV)

ຕ້ອນຮັບແຂກທ່ອງທ່ຽວຢູ່ສະໜາມບິນ, ການນຳຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ສູນສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ… ໄດ້ມອບດອກໄມ້ ແລະ ຂອງທີ່ລະນຶກ. ເຫດການຟື້ນຟູສາຍການບິນ ລັດເຊຍ ບໍ່ພຽງແຕ່ມີຄວາມໝາຍເປີດແລວທ່ອງທ່ຽວສາກົນສຳຄັນຄືນໃໝ່ເທົ່ານັ້ນ, ຫາກຍັງຢັ້ງຢືນວ່າ  ແຄັງຮວ່າ ແມ່ນແຂວງທີ່ສະໜິດສະໜົມ, ຈັບອົກຈັບໃຈ, ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວທະເລແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຟ້າມມິງຍຶດ, ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ - ແຄັງຮວ່າ, ໃຫ້ຮູ້ວ່າ:

“ແຂວງ ແຄັງຮວ່າໃໝ່ພາຍຫຼັງໂຮມແຂວງນິງທ້ວນເຂົ້າ ມີຜະລິດຕະພັນທີ່ເປັນເອກະລັກຫຼາຍຢ່າງ, ພ້ອມກັບທະເລໝູ່ເກາະ, ວັດທະນະທຳຂອງຊາວເຜົ່າຈຳ ແລະ ທັດສະນີຍະພາບພະລັງງານທົດແທນນັ້ນ, ໄດ້ສ້າງເປັນບໍລິເວນ່ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວ ລັດເຊຍ ມາທ່ຽວ ແຄັງຮວ່າ. ນັບແຕ່ນີ້ຮອດທ້າຍປີ 2025, ບັນດາຫົວໜ່ວຍທ່ອງທ່ຽວ ໄດ້ເພີ່ມຈຳນວນຖ້ຽວບິນໂດຍສານແຂກ ລັດເຊຍ ມາທ່ອງທ່ຽວ ແຄັງຮວ່າ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.