ຂ່າວເດັ່ນ

ແຂວງ ເລິມ​ດົ່ງ ປະ​ກາດ 132 ໂຄງ​ການ​ຮຽກ​ຮ້ອວ​ການ​ລົງ​ທຶນ​ປີ 2025

ແຂວງ ເລິມ​ດົ່ງ ປະ​ກາດ 132 ໂຄງ​ການ​ຮຽກ​ຮ້ອວ​ການ​ລົງ​ທຶນ​ປີ 2025

(VOVWORLD) - ທ່ານຮອງນາຍົກບັດຖະມົນຕີ ຫງວຽນຮ່ວາບິນ ປາດຖະໜາວ່າ ວິສາຫະກິດ ຈະປະຕິບັດກົດໝາຍ, ລົງທຶນແບບຍືນຍົງ, ປະກອບສ່ວນສ້າງແຂວງ ເລິມດົ່ງ ກາຍເປັນເຂດດິນແດນສີຂຽວ, ເປັນມິດ, ໜ້າຢູ່ ແລະ ພັດທະນາໃນໄລຍະຍາວນານ.

  ກອງປະຊຸມສົ່ງເສີມການລົງທຶນແຂວງ ເລິມດົ່ງ ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ຕຸລາ, ຢູ່ ດ່າລາດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກບັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິນ ຕີລາຄາຄວາມຕັດສິນໃຈຂອງແຂວງ ເລິມດົ່ງໃໝ່ ໃນການ ປະກາດ 132 ໂຄງການຮຽກຮ້ອວການລົງທຶນປີ 2025 ແລະ 358 ໂຄງການໄລຍະ 2026-2030, ຂຶ້ນກັບບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳເຕັກໂນໂລຊີສູງ, ຕົວເມືອງສີຂຽນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການຄ້າ ແລະ ສິ່ງແວດລ້ອມ.

  ທ່ານຮອງນາຍົກບັດຖະມົນຕີ ຫງວຽນຮ່ວາບິນ ປາດຖະໜາວ່າ ວິສາຫະກິດ ຈະປະຕິບັດກົດໝາຍ, ລົງທຶນແບບຍືນຍົງ, ປະກອບສ່ວນສ້າງແຂວງ ເລິມດົ່ງ ກາຍເປັນເຂດດິນແດນສີຂຽວ, ເປັນມິດ, ໜ້າຢູ່ ແລະ ພັດທະນາໃນໄລຍະຍາວນານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.