ຂ່າວເດັ່ນແຂວງ ເຊີນລາ (ຫວຽດນາມ) ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ) 30.000 ອັນ
ແຂວງ ເຊີນລາ (ຫວຽດນາມ) ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ) 30.000 ອັນ
ວັນຈັນ, 18:01, 13/04/2020
VOV5
(VOVWORLD) - ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ (ຫວຽດນາມ )ຫາກໍ່ມອບຜ້າອັດປາກ-ດັງ 30.000 ອັນໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ).
ແຂວງ ເຊີນລາ ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ |
ທີ່ພິທີມອບ-ຮັບ, ການນຳພະແນກສາທາລະນະສຸກແຂວງ ເຊີນລາ ແລະ ແຂວງ ຫົວພັນໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 2 ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ຈະເພີ່ມທະວີການຮ່ວມມືກັບແຂວງ ເຊີນລາ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເພື່ອຮັກສາສຸຂະພາບ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ.
Tag:VOV / VOVworld / ແຂວງ ເຊີນລາ / ຜ້າອັດປາກ-ດັງ / ແຂວງ ຫົວພັນ / ແຂວງ ຫລວງພະບາງ