ຂ່າວເດັ່ນ

ແຂວງ​ກ໋​ວາງ​ນິງ ( ຫວຽດ​ນາມ )ໜູນ​ຊ່ວຍ​ແຂວງ ຫຼວງ​ພະ​ບາງ ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ແຂວງ​ກ໋​ວາງ​ນິງ ( ຫວຽດ​ນາມ )ໜູນ​ຊ່ວຍ​ແຂວງ ຫຼວງ​ພະ​ບາງ ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.

ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ພາບ: TTXVN)

ຕອນບ່າຍວັນທີ 31 ທັນວາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ປະເທດລາວ). ນີ້ແມ່ນຂອງຂວັນຂອງແຂວງກ໋ວາງນິງ ໜູນຊ່ວຍແຂວງຫຼວງພະບາງ (ໂດຍແມ່ນໜຶ່ງ ໃນ 3 ແຂວງທາງພາກເໜືອລາວ ແຂວງກ໋ວາງນິງໜູນຊ່ວຍໃນຄັ້ງນີ້) ເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19. ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.

ສ່ວນທ່ານ ຄຳຂັນ ຈັນທະວີສຸກ ໄດ້ເປັນກຽດສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນິງໄດ້ມອບຂອງຂວັນທີ່ມີຄວາມໝາຍນີ້, ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ການແບ່ງປັນຂອງແຂວງກ໋ວາງນິງ ກັບ 2 ແຂວງແຮກສ່ຽວຢູ່ທາງພາກເໜືອລາວເວົ້າລວມ ແລະ ແຂວງຫຼວງພະບາງເວົ້າສະເພາະ. ທ່ານ ຄຳຂັນ ຈັນທະວີສຸກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນ້ຳໃຈ ແລະ ການຮ່ວມມື, ການໜູນຊ່ວຍລະຫວ່າງ ແຂວງ ກ໋ວາງນິງ ແລະ ຫຼວງພະບາງຈະນັມມື້ນັບສະໜິດຕິດແທດກ່ວາອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.