ຂ່າວເດັ່ນ

ແຂວງ ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ

ແຂວງ ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ

(VOVWORLD) -ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).

ພິທີລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: TTXVN)

ໃນກອງປະຊຸມພົບປະ, ການນຳແຂວງ ກວາງຈິ ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບການນຳສອງແຂວງ ສະຫວັນນະເຂດ ແລະ ສາລະວັນ ໄລຍະ 2023 – 2025.

ໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວາງຈິ ກັບ ແຂວງ ສະຫວັນນະເຂດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນໂຄສະນາເຜີຍແຜ່ ແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມສຳຄັນຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ; ປະຕິບັດວຽກງານສຳຫຼວດ ແລະ ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງສະຫວັນນະເຂດໃຫ້ເປັນຢ່າງດີ. ສອງຝ່າຍກໍເຫັນດີເປັນເອກະພາບສືບຕໍ່ສົມທົບດັດປັບແຜນຮ່າງສ້າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມ ລາວບາວ - ແດນສະຫວັນ ໃຫ້ສຳເລັດ.

ສ່ວນໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ກວ໋າງຈິ ກັບແຂວງ ສາລະວັນ ໄລຍະ 2023 – 2025, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບປະກັນການປະຕິບັດ, ອຳນວຍຄວາມສະດວກໃນການເຄື່ອນໄຫວເຂົ້າ - ອອກເມືອງ, ນຳເຂົ້າ-ສົ່ງອອກສິນຄ້າຜ່ານຄູ່ຊາຍແດນສາກົນ ລາໄລ - ລາໄລ ໃຫ້ມີຄວາມລຸລ່ວງ; ສະເໜີລັດຖະບານສອງປະເທດ ໃຫ້ເຫັນດີຕໍ່ແຜນນະໂຍບາຍ ແລະ ສົມທົບກັນຜັນຂະຫຍາຍ ແລວເສດຖະກິດເຊື່ອມຕໍ່ແຂວງ ກວາງຈິ ກັບບັນດາແຂວງພາກໃຕ້ຂອງ ລາວ, ໄທ ຈາກຊາຍແດນສາກົນ ລາໄລ ໄປຫາທ່າກ່ຳປັ່ນນ້ຳເລິກ ໝີຖຸຍ ທີ່ຢູ່ເສັ້ນທາງຫຼວງ 15D.

This site is protected by reCAPTCHA and the Google Privacy Policy and Terms of Service apply.