ຂ່າວເດັ່ນ

ແຂວງດ້ຽນບຽນ: ຮັບ,ປົງ 30 ອັດຖິຂອງທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ

ແຂວງດ້ຽນບຽນ: ຮັບ,ປົງ 30 ອັດຖິຂອງທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ

(VOVWORLD) - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີຮັບ, ໄຫວ້ອາໄລ ແລະ ປົງ 30 ອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ.

 ພິທີປົ່ງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. 

(ພາບ: ຊວນຕື/ສຳນັກຂ່າວສານ ຫວຽດນາມ)

ນີ້ແມ່ນ 30 ອັດຖິໂດຍກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມການເມືອງ, ທະຫານເຂດ 2, ຊອກຫາ, ທ້ອນໂຮມໃນເວລາ 6 ເດືອນຢູ່ແຂວງ ອຸດົມໄຊ ແລະ ໄຊຍະບູລີ, ມອບສົ່ງໃຫ້ແຂວງດ້ຽນບຽນ ຕາມພິທີການທະຫານ. ພາຍຫຼັງພິທີໄຫວ້ອາໄລ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ດ້ຽນບຽນ ໄດ້ຖະຫວາຍທູບທຽນ, ວາງພວງມາລາ ອາໄລຫາດວງວີນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດເພື່ອພັນທະສາກົນອັນສູງສົ່ງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.