ຂ່າວເດັ່ນ

ແນ​ະ​ນຳ​ພາບ​ພົດ ຫວຽດ​ນາມ ຢູ່​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ແຖວ​ໜ້າເຂດ Balkan

ແນ​ະ​ນຳ​ພາບ​ພົດ ຫວຽດ​ນາມ ຢູ່​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ແຖວ​ໜ້າເຂດ Balkan

(VOVWORLD) - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.

ບັນດາຜູ້ແທນຖ່ານຮູບຢູ່ຮ້ານວາງສະແດງຂອງ ຫວຽດນາມ (ພາບ: ສະຖານທູດ ຫວຽດນາມ ປະຈຳ ເກຼັກ)

ໃນຂອບເຂດງານວາງສະແດງການຄ້າສາກົນ Thessaloniki (TIF) ຄັ້ງທີ 89 ພວມດຳເນີນຢູ່ນະຄອນ Thessaloniki, ເກຼັກ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ສ້າງມູມ ຫວຽດນາມ ເພື່ອແນໃສ່ແນະນຳໂຄສະນາພາບພົດຂອງ ຫວຽດນາມ ໄປເຖິງປະຊາຄົມວິສາຫະກິດ ເກຼັກ, ເຂດ Balkan ແລະ ໂລກ.

        ມູມ ຫວຽດນາມ ລວມມີຮ້ານວາງສະແດງຂອງ ສະຖານທູດ ຫວຽດນາມ ແລະ ວິສາຫະກິດ 3 ແຫ່ງຂອງ ຫວຽດນາມ, ແນະນຳສິນຄ້າຫຼາຍປະເພດ ຈາກບັນດາເຍື່ອງອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ຕະຫຼອດຮອດບັນດາປະເພດສິນຄ້າຄື ດອກໄມ້ອົບແຫ້ງ, ເຄື່ອງແຫ້ງ, ຊາ, ກາເຟ… ພິເສດ, ຮ້ານວາງສະແດງສີສັນ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ຽວຊົມໃນງານຕະຫຼາດນັດ.

        ໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.


This site is protected by reCAPTCHA and the Google Privacy Policy and Terms of Service apply.