ຂ່າວເດັ່ນ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) - ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ

ທ່ານນາງ ຮ່າທິງາ ກຳມະການສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ວາຄຳເຫັນທີ່ກອງປະຊຸມ (ພາບ: laodong.vn)

ໃນລະຫວ່າງວັນທີ 11 – 12 ພະຈິກ, ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ແຂວງ ໄທງວຽນ ຄັ້ງທີ 1, ອາຍຸການ 2025 – 2030 ໄດ້ດຳເນີນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນ 350 ທ່ານ. ກອງປະຊຸມໄດ້ສ້າງຂີດໝາຍແຫ່ງການພັດທະນາສຳຄັນຂອງແນວໂຮມປະເທດຊາດແຂວງ ໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ມຸ່ງໄປເຖິງເປົ້າໝາຍສ້າງໄທງວຽນ ກາຍເປັນສູນອຸດສາຫະກຳທັນສະໄໝ, ພັດທະນາແບບຍືນຍົງ. ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ, ປະກອບສ່ວນປະຕິບັດເປົ້າໝາຍນຳແຂວງ ໄທງວຽນກາຍເປັນສູນອຸດສາຫະກຳທັນສະໄຫມ, ມີລາຍຮັບປານກາຍສູງກ່ອນປີ 2030 ຢ່າງມີໄຊ.

This site is protected by reCAPTCHA and the Google Privacy Policy and Terms of Service apply.