ຂ່າວເດັ່ນ

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ຍ້ອນ​ພາ​ຍຸ Bualoi

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ຍ້ອນ​ພາ​ຍຸ Bualoi

(VOVWORLD) - ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ກ່າວຄຳເຫັນທີ່ພິທີ
(ພາບ: VOV)

ທີ່ພິທີປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຈາກ ພາຍຸ Bualoi ທີ່ໄດ້ດຳເນີນໃນວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ອ່ານຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການຂົນຂວາຍການໜູນຊ່ວຍພໍ່ແມ່ປະຊາຊົນ ແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ Bualoi.

ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜົນເສຍຫາຍທີ່ຕາມມາພາຍຫຼັງພາຍຸນ້ຳຖ້ວມແມ່ນໃຫຍ່ຫຼວງທີ່ສຸດ, ມີຫຼາຍຄອບຄົວ, ບຸກຄົນຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອ. ພັກ, ລັດ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການ, ແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.