ຂ່າວເດັ່ນ

ແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ຄືດັ່ງແຫລ່ງບັນດາໃຈບໍ່ສິ້ນສຸດໃຫ້ແກ່ປະຈຸບັນ ແລະ ອະນາຄົດ

ແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ຄືດັ່ງແຫລ່ງບັນດາໃຈບໍ່ສິ້ນສຸດໃຫ້ແກ່ປະຈຸບັນ ແລະ ອະນາຄົດ

(VOVWORLD) - ເນື່ອງໃນໂອກາດສະເຫລີມສະຫລອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19 ພຶດສະພາປີ 1890 – 19 ພຶດສະພາປີ 2025), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ລຸງໂຮ່ຍັງຄົງສືບຕໍ່ພ້ອມກັບພວກຫລານເຄື່ອນທັບ”

ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນ: ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະທານໂຮ່ຈິມິນ ໄດ້ປະໄວ້ມໍລະດົກອັນລ້ຳຄ່າ. ເພີ່ນບໍ່ພຽງແຕ່ແມ່ນຜູ້ນຳຍິ່ງໃຫຍ່ໃນພາລະກິດປົດປ່ອຍຊາດຫວຽດນາມ ເທົ່ານັ້ນ ຫາກຍັງຕັ້ງພື້ນຖານອັນໝັ້ນແກ່ນໃຫ້ແກ່ອະນາຄົດຂອງປະເທດຊາດດ້ວຍແນວຄິດ ແລະ ແບບຢ່າງຄຸນສົມບັດອັນສູງສົ່ງ. ແນວຄິດແກ່ນສານຂອງປະທານໂຮ່ຈິນແມ່ນຄວາມຄາດຫວັງປະເທດຊາດ ເອກະລາດຕິດພັນກັບລັດທິສັງຄົມນິຍົມ ເພື່ອເປົ້າໝາຍສຸດທ້າຍແມ່ນນຳເອົາຄວາມເສລີພາບ, ຄວາມອີ່ມໜຳສຳລານ ຄວາມຜາສຸກມາໃຫ້ປະຊາຊົນ.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນຫນັກວ່າ ບໍ່ພຽງແຕ່ຊາດ ຫວຽດນາມ ຫາກປະຊາຊົນຮັກຫອມສັນຕິພາບ ແລະ ກ້າວຫນ້າໃນໂລກ ກໍ່ສະແດງຄວາມເຄົາລົບນັບຖື ແລະ ຈົດຈຳ ປະທານໂຮ່ຈິມິນຄືດັ່ງສັນຍາລັກຂອງສັນຕິພາບ, ເສລີພາບ ແລະ ການປົດປ່ອຍຊາດ. ແນວຄິດຂອງເພິ່ນ ໄດ້ປະກອບສ່ວນຊຸກຍູ້ບັນດາຂະບວນການຕໍ່ສູ້ຕ້ານພວມລ່າເມືອງຂຶ້ນ, ຈັກກະພັດໃນທົ່ວໂລກ ພ້ອມທັງແຜ່ຂະຫຍາຍບັນດານໃຈໃຫ້ແກ່ພາລະກິດແຫ່ງການສ້າງໂລກຍຸຕິທຳ ແລະ ມະນຸດສາດກວ່າ.

ທ່ານເລຂາທິການໃຫຍ່ ໂຕເລີມ ຢັ້ງຢືນ: ກວ່າເຄິ່ງສັດຕະວັດຜ່ານໄປ ນັບແຕ່ເມື່ອທ່ານປະທານໂຮ່ຈິມິນ ຫ່າງຈາກພວກເຮົາ ແຕ່ແນວຄິດ ແລະ ແບບຢ່າງຂອງເພິ່ນ ຍັງຄົງສືບຕໍ່ເຍືອງທາງ, ນຳຊາດ ຫວຽດນາມ ບັນລຸໄດ້ຫລາຍຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ. ແນວຄິດ ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ບໍ່ພຽງແຕ່ເຍືອງທາງຢ່າງໃສແຈ້ງໃຫ້ໄລຍະຜ່ານມາ ຫາກຍັງກະຈ່າຍແຈ້ງຄືດັ່ງແຫລ່ງບັນດານໃຈບໍ່ສິ້ນສຸດໃຫ້ແກ່ປະຈຸບັນ ແລະ ອະນາຄົດ. ບັນດາຍຸດທະສາດ, ການວາງແຜນກຳນົດພັດທະນາເສດຖະກິດ ສັງຄົມຮອດປີ 2030, ວິໄສທັດຮອດປີ 2045 ລ້ວນແຕ່ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”ເປັນຈຸດສຸມ. ນີ້ກໍ່ແມ່ນຄວາມມຸ່ງຫວັງຂອງເພິ່ນໃນຄາວຍັງມີຊີວິດຢູ່ ກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເອກະພາບ ວັດທະນາຖາວອນຈະເລີນຮຸ່ງເຮືອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.