ຂ່າວເດັ່ນແຜ່ກະຈາຍບັນດາການເຄື່ອນໄຫວນຳໃຊ້ພະລັງງານແບບປະຢັດ, ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2026
ແຜ່ກະຈາຍບັນດາການເຄື່ອນໄຫວນຳໃຊ້ພະລັງງານແບບປະຢັດ, ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2026
ວັນເສົາ, 15:38, 28/03/2026
VOV5
(VOVWORLD) - ພິທີປຸກລະດົມຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ, ຈຸດສູງລະດູຮ້ອນກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນປີ 2026 ໃນບໍລິເວນນະຄອນ ຮ່າໂນ້ຍ ໄດ້ດຳເນີນໃນຕອນເຊົ້າວັນທີ 28 ມີນາ, ທີ່ສວນສາທາລະນະ ຖົງເຍີດ (ເອກະພາບ) ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.
ລາຍການດັ່ງກ່າວໄດ້ດຳເນີນແຕ່ 9 ໂມງເຂົ້າ ຫາ 21 ໂມງ 30 ນາທີຂອງວັນດຽວກັນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ເຊັ່ນ: ບັນດາການເຄື່ອນໄຫວສື່ມວນຊົນໂດຍກົງ ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບການປະຢັດພະລັງງານ, ວິຖີຊີວິດສີຂຽວ; ຈັດຕັ້ງບັນດາຮູບແບບປະດິດຄິດສ້າງຊຸມຊົນ ແນໃສ່ແຜ່ກະຈາຍສານໂມງໜ່ວຍໂລກ; ບັນດາການເຄື່ອນໄຫວທີ່ຟົດຟື້ນໃນຕະຫຼອດໄລຍະດຳເນີນເຫດການມອດໄຟແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີ…
ຜ່ານພິທີປຸກລະດົມ, ການນຳນະຄອນ ຮ່າໂນ້ຍ ຮຽກຮ້ອງໃຫ້ເພີ່ມທະວີການປະຕິບັດນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ; ເປັນເຈົ້າການໝູນໃຊ້ບັນດາມາດຕະການເຕັກໂນໂລຢີ, ປ່ຽນແປງໃໝ່ແບບວິທີການຜະລິດ ແລະ ບໍລິໂພກ.
Tag:VOV / VOVworld / ໂມງໜ່ວຍໂລກ / ມາດຕະການເຕັກໂນໂລຢີ / ປະຢັດພະລັງງານ