ຂ່າວເດັ່ນ

ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ວັນ​ບຸນ ວິ​ສາ​ຂະ​ບູຊາ

ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ວັນ​ບຸນ ວິ​ສາ​ຂະ​ບູຊາ

(VOVWORLD) - ວັນທີ 12 ພຶດສະພາ ແມ່ນວັນບຸນວິສາຂະບູຊາ. ມີຫຼາຍການເຄື່ອນໄຫວໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ ເພື່ອສະເຫຼີມສະຫຼອງເຫດການນີ້.

 ທ່ານ ຫງວຽນແມັ້ງເກືອງ ຫົວໜ້າຄະນະຂົນຂວາຍປະຊາຊົນ ແລະ ໂຄສະນາສຶກສາ ຄະນະພັກນະຄອນ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ວັນບຸນ (ພາບ: nld.com.vn)

ຢູ່ສຳນັກງານສະມາຄົມພຸດທະສາສະໜາ ຫວຽດນາມ (ວັດກວນຊື - ຮ່າໂນ້ຍ), ສະພາສົງ, ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ເປັນກຽດຈັດຕັ້ງວັນບຸນວິສາຂະບູຊາ ພສ.2569 – 2025 ຢ່າງສົມກຽດ.

ໃນຂະນະນັ້ນ, ວັນບຸນວິສາຂະບູຊາ ພສ.2569 ໂດຍຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຂຶ້ນຢູ່ ວັດຫວຽດນາມກວັກຕື (ເມືອງ 10, ນະຄອນ ໂຮ່ຈີມິນ) ໃນຕອນເຊົ້າວັນທີ 12 ພຶດສະພາ ເຊິ່ງດຶງດູດການເຂົ້າຮ່ວມຂອງພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ. ກ່ວາຄຳເຫັນທີພິທີ, ທ່ານ ຫງວຽນແມັ້ງເກືອງ ຫົວໜ້າຄະນະຂົນຂວາຍປະຊາຊົນ ແລະ ໂຄສະນາສຶກສາ ຄະນະພັກນະຄອນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຍາມໃດກໍ່ກຳນົດການສ້າງສາ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ໃນນັ້ນມີການສະໜິດຕິດພັນ ບັນດາອົງການສາສະໜາເວົ້າລວມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ເວົ້າສະເພາະແມ່ນປັດໄຈສຳຄັນ ເພື່ອຮັກສາ, ມີສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ຍົກສູງຄຸນນະພາບການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.