ຂ່າວເດັ່ນ

ແຜ່ກະຈາຍວັດທະນະທຳການອ່ານໃນ​ໝູ່ນັກສຶກສາຫວຽດນາມ ຢູ່ລັດເຊຍ

ແຜ່ກະຈາຍວັດທະນະທຳການອ່ານໃນ​ໝູ່ນັກສຶກສາຫວຽດນາມ ຢູ່ລັດເຊຍ

(VOVWORLD) - ເຂົ້າຮ່ວມເຫດການ, ບັນດາຊາວໜຸ່ມ, ນັກສຶກສາ ໄດ້ລົງຕົວຈິງໃນຫຼາຍກິດຕະກຳ, ໃນນັ້ນການເຄື່ອນໄຫວ ທີ່ສ້າງ ຄວາມປະທັບໃຈທີ່ສຸດແມ່ນຮອບຊີງຊະນະເລີດການເສັງ “ເສັ້ນທາງໄປສູ່ຍອດພູມປັນຍາ” ດ້ວຍບັນດາການເສັງຄວາມຮູ້ຮອບຕ່າງໆທີ່ຊ່ວຍບັນດາຊາວໜຸ່ມ

ພາບປະກອບ: VOV

“ສະມາຄົມປຶ້ມໜໍ່ແໜງ - ຕິດດິນ, ຮັບແສງແດດ, ບືນໄປສູງ”ໂດຍສະມາຄົມອາສາສະໝັກ ອ້ອມແຂນ ຫວຽດ - ລັດເຊຍ ຈັດຂຶ້ນໄດ້ດຳເນີນໃນຕອນບ່າຍວັນທີ 20 ເມສາຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2025), 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລັດເຊຍ (1950-2025) ແລະ ສະເຫຼີມສະຫຼອງວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ  (21/04). ເຂົ້າຮ່ວມເຫດການ, ບັນດາຊາວໜຸ່ມ, ນັກສຶກສາ ໄດ້ລົງຕົວຈິງໃນຫຼາຍກິດຕະກຳ, ໃນນັ້ນການເຄື່ອນໄຫວ ທີ່ສ້າງ ຄວາມປະທັບໃຈທີ່ສຸດແມ່ນຮອບຊີງຊະນະເລີດການເສັງ “ເສັ້ນທາງໄປສູ່ຍອດພູມປັນຍາ” ດ້ວຍບັນດາການເສັງຄວາມຮູ້ຮອບຕ່າງໆທີ່ຊ່ວຍບັນດາຊາວໜຸ່ມ, ນັກສຶກສາ ມີຄວາມເຂົ້າໃຈແຈ້ງກ່ຽວກັບປະຫວັດສາດຂອງຊົນຊາດ ກໍ່ຄືບັນດາການກຳນົດ ທິດ ພັດ ທະນາໃນອະນາຄົດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.