ຂ່າວເດັ່ນ

ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່ ຟີ​ລິບ​ປິນ ແລະ ອິ​ນ​ໂດ​ເນ​ເຊຍ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ສືບ​ຕໍ່​ເພີ່ມ​ຂຶ້ນ, ມີຫຼາຍ​ຄົນ​ຍັງຫາຍ​ສາບ​ສູນ

ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່ ຟີ​ລິບ​ປິນ ແລະ ອິ​ນ​ໂດ​ເນ​ເຊຍ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ສືບ​ຕໍ່​ເພີ່ມ​ຂຶ້ນ, ມີຫຼາຍ​ຄົນ​ຍັງຫາຍ​ສາບ​ສູນ

(VOVWORLD) - ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງລະດັບ 6,9 ຢູ່ນອກຝັ່ງເຂດພາກກາງປະເທດນີ້ ໃນຕອນຄ່ຳວັນທີ 30 ກັນຍາ ໄດ້ເພີ່ມຂຶ້ນເປັນ 72 ຄົນ, ໃນນັ້ນມີ 294 ຄົນຖືກບາດເຈັບ.

ສະຖານທີ່ເກີດເຫດ (ພາບ: REUTERS/ Adrian Portugal)

ວັນທີ 2 ຕຸລາ, ອົງການປ້ອງກັນຕົວພົນລະເຮືອນ ຟີລິບປິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງລະດັບ 6,9  ຢູ່ນອກຝັ່ງເຂດພາກກາງປະເທດນີ້ ໃນຕອນຄ່ຳວັນທີ 30 ກັນຍາ ໄດ້ເພີ່ມຂຶ້ນເປັນ 72 ຄົນ, ໃນນັ້ນມີ 294 ຄົນຖືກບາດເຈັບ. ວຽກງານກູ້ໄພກູ້ຊີບຍັງໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຮີບດ່ວນ. ໃນຂະນະນັ້ນ, ຢູ່ອິນໂດເນເຊຍ, ກຳລັງກູ້ໄພກູ້ຊີບສືບຕໍ່ມານະພະຍາຍາມຊອກຄົ້ນ ພາຍຫຼັງມີເຫດ ອາຄານຫຼາຍຊັ້ນ ຂອງໂຮງຮຽນກິນນອນ ອິດສະລາມ ແຫ່ງໜຶ່ງຢູ່ທາງທິດຕາເວັນອອກ Java ຖະຫຼົມລົງ. ຕາມອົງການບັນເທົາໄພທຳມະຊາດ ແຫ່ງຊາດແລ້ວ, ມີປະມານ 59 ຄົນ ຍັງຕິດຄ້າງຢູ່ໃຕ້ຊາກຫັກພັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.